ສະພາຕໍ່າ ແລະ ສະພາສູງ ອິນໂດເນເຊຍ ອາຍຸການ 2019 – 2024 ຈັດພິທີສາບານຕົວຮັບດໍາລົງຕໍາແໜ່ງ

Chia sẻ
(VOVWORLD) -ວັນທີ 01 ຕຸລາ, ສະພາຕໍ່າ ແລະ ສະພາສູງ ອິນໂດເນເຊຍ ອາຍຸການ 2019 – 2024 ໄດ້ຈັດພິທີສາບານຕົວຮັບດໍາລົງຕໍາແໜ່ງ. 
ສະພາຕໍ່າ ແລະ ສະພາສູງ ອິນໂດເນເຊຍ ອາຍຸການ 2019 – 2024 ຈັດພິທີສາບານຕົວຮັບດໍາລົງຕໍາແໜ່ງ	  - ảnh 1ທ່ານ La Nyalla Mattalitti ກ່າວຄໍາເຫັນຕໍ່ວົງການສື່ມວນຊົນ (ພາບ: wartaekonomi)

ເຫດການຖືກດໍາເນີນໄປໃນສະພາບ ທີ່ນັກສຶກສາ, ນັກເຄື່່ອນໄຫວ ແລະ ກໍາມະກອນນັບໝື່ນຄົນ ລົງຖະໜົນແຫ່ຂະບວນປະທ້ວງ ເຊິ່ງແກ່ຍາວເກືອບ 10 ວັນທີ່ຜ່ານມາ ຢູ່ນະຄອນຫຼວງ Jakarta ແລະ ຫຼາຍນະຄອນໃຫຍ່ໃນທົ່ວປະເທດ ເພື່ອແນໃສ່ຄັດຄ້ານກົດໝາຍສະບັບໃໝ່ ທີ່ໄດ້ຮັບຖືວ່າ ແມ່ນເຮັດໃຫ້ອົງການຕ້ານການສໍ້ລາດບັງຫຼວງຖືກຊຸດໂຊມລົງ.

        ຕາມໝາກຜົນຂອງການປ່ອນບັດແລ້ວ, ສະພາຕໍ່າ ອິນໂດເນເຊຍ ອາຍຸການ 2019 – 2024 ໄດ້ເລືອກຕັ້ງທ່ານນາງ Puan Maharani, ສະມາຊິກພັກປະຊາທິປະໄຕຕໍ່ສູ້ ອິນໂດເນເຊຍ (PDI-P) ກໍາອໍານາດ, ເປັນປະທານສະພາຕໍ່າ. ສ່ວນທ່ານ La Nyalla Mattalitti ໄດ້ຮັບການເລືອກຕັ້ງເປັນປະທານ ສະພາສູງ ອິນໂດເນເຊຍ ອາຍຸການ 2019 – 2024.

ຕອບກັບ