ສະຖານທູດຫວຽດນາມປະຈຳ ສ.ເຊັກໂກ ປະຕິເສດຕໍ່ການສະແດງຄຳຄິດເຫັນຂາດເຈດຕະນາດີກ່ຽວກັບຫວຽດນາມ

Chia sẻ
(VOVWORLD) -ຕອນບ່າຍວັນທີ 2 ກໍລະກົດ, ທ່ານນາງ ອຸປະທູດຊົ່ວຄາວສະຖານທູດແຫ່ງ ສສ ຫວຽດນາມ ປະຈຳ ສ.ເຊັກໂກ ເຈິ່ນແທັງເຮືອງ ໄດ້ພົບປະກັບ ຜູ້ຕາງໜ້າກະຊວງການຕ່າງປະເທດເຊັກໂກ, ເພື່ອແລກປ່ຽນ ແລະ ປະຕິເສດຕໍ່ການສະແດງຄຳຄິດເຫັນຂາດເຈດຕະນາດີຂອງ ທ່ານ Lubomir Zaoralek, ຫົວໜ້າກຳມາທິການ ການຕ່າງປະເທດສະພາຕ່ຳ ເຊັກໂກ, ພ້ອມທັງມອບຈົດໝາຍທາງການຂອງສະຖານທູດຫວຽດນາມ ທີ່ກ່ຽວຂ້ອງເຖິງບັນຫາດັ່ງກ່າວ.
ສະຖານທູດຫວຽດນາມປະຈຳ ສ.ເຊັກໂກ ປະຕິເສດຕໍ່ການສະແດງຄຳຄິດເຫັນຂາດເຈດຕະນາດີກ່ຽວກັບຫວຽດນາມ - ảnh 1ຊາວຫວຽດນາມຢູ່ເຊັກໂກມານະພະຍາຍາມເຊື່ອມໂຍງເຂົ້າກັບວົງຄະນະຍາດເຊັກໂກ ຜ່ານການແລກປ່ຽນການສະແດງສິລະປະ

ທີ່ການພົບປະ, ທ່ານນາງ ເຈິ່ນແທັງເຮືອງ ໄດ້ສະແດງຄວາມວິຕົກກັງວົນຕໍ່ການກ່າວຄຳເຫັນຂອງທ່ານ Lubomir Zaoralek ໃນກອງປະຊຸມຂອງກຳມາທິການ ການຕ່າງປະເທດສະພາຕ່ຳ ແຫ່ງ ສ.ເຊັກໂກ ໃນວັນທີ 21 ມິຖຸນາ 2018, ພ້ອມທັງປະຕິເສດບັນດາຄຳຄິດເຫັນຂອງທ່ານຢູ່ທີ່ນີ້. ທ່ານນາງ ອຸປະທູດຊົ່ວຄາວສະຖານທູດຫວຽດນາມປະຈຳເຊັກໂກ ເນັ້ນໜັກວ່າ ຄຳຖະແຫຼງຂອງທ່ານ Zaoralek ໄດ້ສົ່ງຜົນສະທ້ອນບໍ່ດີ ເຖິງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ ສ.ເຊັກໂກ, ກໍຄືວົງຄະນະຍາດຊາວຫວຽດນາມທີ່ອາໄສຢູ່ ສ.ເຊັກໂກ. 

        ສ່ວນທ່ານ Martin Klepetco ຜູ້ຕາງໜ້າກະຊວງການຕ່າງປະເທດເຊັກໂກ, ຫົວໜ້າກົມ ພາກພື້ນອາຊີ - ປາຊີຟິກ ກໍຢັ້ງຢືນວ່າ ບັນດາຄຳກ່າວປາໄສຂອງທ່ານ Zaoralek ແມ່ນມີລັກສະນະສ່ວນຕົວ, ບໍ່ສະແດງໃຫ້ເຫັນທັດສະນະຂອງກະຊວງການຕ່າງປະເທດແຫ່ງ ສ.ເຊັກໂກ. ທ່ານ Martin Klepetco ກໍປະຕິເສດຄຳຄິດເຫັນຂອງທ່ານ Zaoralek  ກ່ຽວກັບຫວຽດນາມ ຍ້ອນສື່ມວນຊົນໃຫ້ຂ່າວ. ຕາມທ່ານ Martin Klepetco ແລ້ວ, ນີ້ແມ່ນເຫດການທີ່ໜ້າເສຍດາຍ, ບໍ່ເໝາະສົມກັບການພັດທະນາອັນດີງາມໃນການພົວພັນລະຫວ່າງສອງປະເທດ.


ຕອບກັບ