ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ປາກ​ເຊ (ລາວ) ຈັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ເນື່ອງ​ໃນ​ໂອ​ກາດ​ວັນ​ທະ​ຫານ​ເສຍ​ອົງ​ຄະ - ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ

Chia sẻ
(VOVWORLD) - ຜູ້ຕາງໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ນະຄອນ ປາກເຊ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການເສຍສະຫຼະ, ການສູນເສຍຂອງບັນດາທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ.
ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ປາກ​ເຊ (ລາວ) ຈັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ເນື່ອງ​ໃນ​ໂອ​ກາດ​ວັນ​ທະ​ຫານ​ເສຍ​ອົງ​ຄະ - ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ - ảnh 1ຜູ້ຕາງໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ນະຄອນ ປາກເຊ ມອບຂອງຂວັນໃຫ້ແກ່ຄອບຄົວມີຄຸນງາມຄວາມດີຕໍ່ການປະຕິວັດ 

ເນື່ອງໃນໂອກາດ 76 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 - 27/7/2023), ໃນລະຫວ່າງວັນທີ 20 – 21 ກໍລະກົດ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ນະຄອນ ປາກເຊ, ແຂວງ ຈຳປາສັກ ໄດ້ສົມທົບກັບສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງ ຈຳປາສັກ (ພາກໃຕ້ລາວ) ຈັດຂຶ້ນບັນດາການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນ, ຢຶ້ຢາມຖາມຂ່າວ, ມອບຂອງຂວັນໃຫ້ແກ່ຄອບຄົວທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດໃນບໍລິເວນແຂວງ.

ຜູ້ຕາງໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ນະຄອນ ປາກເຊ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການເສຍສະຫຼະ, ການສູນເສຍຂອງບັນດາທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຄອບຄົວທີ່ມີຄຸນຄວາມຄວາມດີຕໍ່ປະເທດຊາດ, ພ້ອມທັງຢັ້ງຢືນວ່າ ພັກ, ລັດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະເລືອດເນື້ອຂອງບັນດາທະຫານເສຍສະຫຼະຊີວິດເພື່ອຊາດ, ທະຫານເຈັບປ່ວຍ ແລະ ນັກວິລະຊົນເສຍສະຫຼະຊີວິດເພື່ອຊາດ. ຜູ້ຕາງໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ນະຄອນ ປາກເຊ ຫວັງວ່າບັນດາຄອບຄົວສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ຮັກສາສີສັນວັດທະນະທຳຂອງຊາດ, ມານະພະຍາຍາມບືນຕົວຂຶ້ນ ແລະ ປະກອບສ່ວນເຂົ້າໃນການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວຢ່າງບໍ່ຢຸດຢັ້ງ.

ຕອບກັບ