ສຸມໃສ່ແກ້ໄຂ ບັນດາສຳເນົາເອກະສານທີ່ຍັງຄົງຄ້າງກ່ຽວກັບນະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີໃຫ້ເດັດຂາດ

Chia sẻ
(VOVWORLD) - ວັນທີ 21 ກຸມພາ, ຄະນະປະຕິບັດງານຂອງກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ນຳໂດຍທ່ານລັດຖະມົນຕີ ດ່າວງອັກຢຸງ ໄດ້ໄປເຮັດວຽກກັບການນຳແຂວງ ໄຕນິງ ກ່ຽວກັບເລື່ອງຜັນຂະຫຍາຍ, ປະຕິບັດນະໂຍບາຍແຮງງານ, ຜູ້ມີຄຸນງາມຄວາມດີ ແລະ ສັງຄົມຢູ່ທ້ອງຖິ່ນ.
ສຸມໃສ່ແກ້ໄຂ ບັນດາສຳເນົາເອກະສານທີ່ຍັງຄົງຄ້າງກ່ຽວກັບນະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີໃຫ້ເດັດຂາດ - ảnh 1 ທ່ານລັດຖະມົນຕີ ດ່າວງອັກຢຸງ  (ພາບ: baodansinh.vn)

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານລັດຖະມົນຕີ ດ່າວງອັກຢຸງ ໄດ້ຕີລາຄາສູງທີ່ແຂວງ ໄຕນິງ ໄດ້ເອົາໃຈໃສ່ເຖິງບັນຫາຮັບປະກັນຊີວິດສັງຄົມ, ກ່ຽວກັບປະຊາຊົນ, ພິເສດແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

        ຕາມທ່ານລັດຖະມົນຕີ ດ່າວງອັກຢຸງ ແລ້ວ, ໃນໄລຍະຈະມາເຖິງ, ທາງແຂວງ ໄຕນິງ ຄວນສືບຕໍ່ປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດ ສ້າງຊົນນະບົດໃໝ່, ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ; ເອົາໃຈໃສ່ເສີມຂະຫຍາຍບົດບາດຂອງປະຊາຊົນກ່ຽວກັບ 2 ບັ້ນຂົນຂວາຍສ້າງຊົນນະບົດໃໝ່ ແລະ ຫລຸດຜ່ອນຄວາມທຸກຍາກແບບຍືນຍົງໃຫ້ໄດ້ຢ່າງສຸດຂີດ.

ຕອບກັບ