ສື່ມວນຊົນອາເມລິກາ ຕີລາຄາສູງກຳລັງແຮງສາມັກຄີໃນສັງຄົມຂອງຫວຽດນາມ ໃນການຕໍ່ສູ້, ສະກັດກັ້ນໂລກລະບາດໂຄວິດ-19

Chia sẻ
(VOVWORLD) -ບັນດາການກະທຳຂອງລັດຖະບານຈະບໍ່ມີປະສິດທິຜົນຖ້າຫາກປະຊາຊົນບໍ່ມີການສົມທົບ ດ້ວຍບັນດາມາດຕະການປ້ອງກັນໂລກລະບາດຄື: ໃຊ້ຜ້າອັດປາກ-ອັດດັງ, ປະຕິບັດການແຍກຫ່າງໃນສັງຄົມ ແລະ ພຽງແຕ່ອອກຈາກບ້ານເມື່ອມີຄວາມຈຳເປັນ.

ສື່ມວນຊົນອາເມລິກາ ຕີລາຄາສູງກຳລັງແຮງສາມັກຄີໃນສັງຄົມຂອງຫວຽດນາມ ໃນການຕໍ່ສູ້, ສະກັດກັ້ນໂລກລະບາດໂຄວິດ-19 - ảnh 1 ປະຊາຊົນມີຄວາມສາມັກຄີກັນໃນການຕໍ່ສູ້, ສະກັດກັ້ນໂລກລະບາດໂຄວິດ-19

(ພາບປະກອບ)

ວາລະສານ Conter Punch ຂອງອາເມລິກາ ຫາກໍ່ລົງບົດຂຽນໄຈ້ແຍກກ່ຽວກັບຜົນສຳເລັດຂອງຫວຽດນາມ ໃນການຕໍ່ສູ້, ສະກັດກັ້ນໂລກລະບາດໂຄວິດ-19, ໃນນັ້ນຍົກໃຫ້ເຫັນຈິດໃຈຄວາມສາມັກຄີຂອງປະຊາຊົນ. ຕາມບົດຂຽນແລ້ວ, ຫວຽດນາມ ໄດ້ສະກັດກັ້ນໄວຣັດ SARS-CoV-2 ກໍ່ໃຫ້ເກີດໂລກລະບາດໂຄວິດ-19 ຢ່າງໄວ, ດ້ວຍເລື່ອງປິດປະຕູຊາຍແດນ ແລະ ບັນດາຖ້ຽວບິນຈາກຫວຽດນາມ ໄປເຖິງບັນດາປະເທດ; ຕາມຫາແຫຼ່ງພະຍາດ, ກັກກັນພະຍາດ ແລະ ແຍກຫ່າງໃນສັງຄົມໃນໄລຍະສັ້ນ. ເຖິງຢ່າງໃດກໍ່ຕາມ, ບັນດາການກະທຳຂອງລັດຖະບານຈະບໍ່ມີປະສິດທິຜົນຖ້າຫາກປະຊາຊົນບໍ່ມີການສົມທົບ ດ້ວຍບັນດາມາດຕະການປ້ອງກັນໂລກລະບາດຄື: ໃຊ້ຜ້າອັດປາກ-ອັດດັງ, ປະຕິບັດການແຍກຫ່າງໃນສັງຄົມ ແລະ ພຽງແຕ່ອອກຈາກບ້ານເມື່ອມີຄວາມຈຳເປັນ.

          ກໍ່ຕາມບົດຂຽນແລ້ວ, ໄວໜຸ່ມຫວຽດນາມ ຍາມໃດກໍ່ມີຈິດໃຈຄວາມສາມັກຄີຢ່າງແຮງ ແລະ ຄວາມເຫັນດີລວມໝູ່ເປັນຈິດໜຶ່ງໃຈດຽວກັນ. ຈິດໃຈດັ່ງກ່າວນັບມື້ນັບໄດ້ຮັບການເສີມຂະຫຍາຍໃນໄລຍະວິກິດການ. ຕາມການສຳຫຼວດຂອງສະພາອັງກິດ ຊີ້ໃຫ້ເຫັນວ່າ, ໄວໜຸ່ມຫວຽດນາມ 72% ມີຄວາມເຊື່ອໝັ້ນວ່າ ໃນໄລຍະ 15 ປີຈະມາເຖິງ, ປະເທດຫວຽດນາມ ຈະນັບມື້ນັບດີງາມກວ່າ, ສິ່ງດັ່ງກ່າວເປັນການສະແດງໃຫ້ເຫັນຄວາມປະເອີບໃຈຂອງປະຊາຊົນຫວຽດນາມ.

ຕອບກັບ