ສື່ມວນຊົນສາກົນໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບວາລະອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ

Chia sẻ
(VOVWORLD) -ສື່ມວນຊົນສາກົນເນັ້ນໜັກເຖິງເລື່ອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສືບຕໍ່ໄດ້ຮັບຄວາມໄວ້ວາງໃຈເລືອກຄັ້ງດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 13.
ສື່ມວນຊົນສາກົນໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບວາລະອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ - ảnh 1(ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ)

ສື່ມວນຊົນສາກົນໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບພິທີອັດວາລະອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ກໍຄືບັນດາໝາກຜົນເລືອກຕັ້ງກົມການເມືອງ, ເລຂາທິການໃຫຍ່, ຄະນະເລຂາ, ຄະນະກວດກາສູນກາງ, ຫົວໜ້າກຳມະການກວດກາສູນກາງຊຸດທີ 13, ສື່ມວນຊົນສາກົນເນັ້ນໜັກເຖິງເລື່ອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສືບຕໍ່ໄດ້ຮັບຄວາມໄວ້ວາງໃຈເລືອກຄັ້ງດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 13.

        ສຳນັກຂ່າວສານ ຊິນຮວາ (ຈີນ) ໄດ້ທົບທ້ວນຄືນບັນດາວາລະກອງປະຊຸມຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ໃນນັ້ນ ທີ່ກອງປະຊຸມໃຫຍ່ຄັ້ງປະຖົມມະເລິກ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 13, ທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຝູຈ້ອງ ໄດ້ຮັບເລືອກຕັ້ງດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຊຸດທີ 13 ຄືນໃໝ່. ທີ່ພິທີອັດກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມີບົດກ່າວຄຳເຫັນ, ເນັ້ນໜັກວ່າ ຄະນະບໍລິຫານງານສູນກາງພັກຊຸດທີ 13 ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ເພີ່ມທະວີຄວາມສາມັກຄີ, ເຫັນດີເປັນເອກະພາບ ແລະ ຍົກສູງກຳລັງວຽກງານຢ່າງບໍ່ຢຸດຢັ້ງ ເພື່ອປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງມີໄຊ.

        ໜັງສືພິມໃຫຍ່ບາງສະບັບຂອງມາເລເຊຍ ກໍ່ໄດ້ໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່, ໃນນັ້ນໜັງສືພິມ The Star ເນັ້ນໜັກວ່າ, ໃນອາຍຸການນີ້, ທ່ານເລຂາທິການໃຫຍ່ ຫວຽນຝູຈ້ອງ ແລະ ບັນດາການນຳຫວຽດນາມ ຈະສຸມໃສ່ໜ້າທີ່ຟື້ນຟູເສດຖະກິດໃນສະພາບໂລກລະບາດໂຄວິດ-19 ພວມແຜ່ລະບາດໃນທົ່ວໂລກ, ພ້ອມທັງແກ້ໄຂບັນດາສິ່ງທ້າທາຍຈາກພາຍນອກ.

        ໜັງສືພິມ Free Malaysia Today ໄດ້ຍົກໃຫ້ເຫັນວ່າ ໄລຍະຕະຫຼອດ 5 ປີຜ່ານມາ, ພັກກອມມູນິດຫວຽດນາມໄດ້ຕໍ່ສູ້, ຕ້ານການສໍ້ລາດບັງຫຼວງ, ພ້ອມທັງຄັດສະເໜີຄຳເວົ້າຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງທີ່ວ່າ “ເຕົາເຜົາຮ້ອນແລ້ວ ຟືນສົດກໍ່ຖືກໄຟໄມ້”.

        ໜັງສືພິມ Asia Nikei ຂອງຍີ່ປຸ່ນ ໄດ້ໃຫ້ລົງຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໄດ້ຕົກລົງມອບໃຫ້ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໜ້າທີ່ເປັນຜູ້ນຳພາສູງສຸດຂອງພັກກອມມູນິດຫວຽດນາມ ໃນອາຍຸການຈະມາເຖິງ.

        ຕາມໜັງສືພິມ Bloomberg ຂອງອາເມລິກາ ແລ້ວ, ເລື່ອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຮັບການເລືອກຕັ້ງເປັນອາຍຸການທີ 3, ອີກຄັ້ງໜຶ່ງໄດ້ເປັນການສະແດງໃຫ້ເຫັນຄວາມສະຖຽນລະພາບທາງດ້ານການເມືອງຂອງຫວຽດນາມ. ຫວຽດນາມ ຈະຢຶດໝັ້ນກັບນະໂຍບາຍການຄ້າ ແລະ ການລົງທຶນເປີດເຜີຍ, ພ້ອມທັງມານະພະຍາຍາມຄຸ້ມຄອງການຂັດແຍ້ງກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີ ແລະ ຜ່ານຜ່າບັນດາສິ່ງທ້າທາຍໂດຍການແກ່ງແຍ້ງລະຫວ່າງອາເມລິກາ - ຈີນ.

        ສຳນັກຂ່າວສານ Reuters ຂອງອັງກິດ ໄດ້ຍົກໃຫ້ເຫັນຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບການປັບປຸງລະບຽບວິໄລຂອງພັກ ແລະ ນະໂຍບາຍເດັດດຽວຕໍ່ສູ້, ຕ້ານການສໍ້ລາດບັງຫຼວງ.

ຕອບກັບ