ສື່ມວນ​ຊົນ​ສາ​ກົນ ໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ ພັກ​ກອມ​ມູ​ນິດ ຫວຽດ​ນາມ ເລືອກ​ຕັ້ງ​ຄະ​ນະ​ການ​ນຳ​ຊຸດ​ໃໝ່

Chia sẻ
(VOVWORLD) -ດ້ວຍຜົນການປ່ອນບັດຂອງ ກອງປະຊຸມໃຫຍ່ຄັ້ງທີ XIII, ພັກກອມມູນິດ ຫວຽດນາມ ຈະສືບຕໍ່ຊຸກຍູ້ບັ້ນຕໍ່ສູ້ຕ້ານຄືນການສໍ້ລາດບັງຫຼວງ ໃນອາຍຸການຈະມາເຖິງ.
ສື່ມວນ​ຊົນ​ສາ​ກົນ ໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ ພັກ​ກອມ​ມູ​ນິດ ຫວຽດ​ນາມ ເລືອກ​ຕັ້ງ​ຄະ​ນະ​ການ​ນຳ​ຊຸດ​ໃໝ່ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ (ພາບ: TTXVN)

ວັນທີ 31 ມັງກອນ,   ຫຼາຍອົງການສື່ມວນຊົນສາກົນ ໄດ້ໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ ເລືອກຕັ້ງຄະນະບໍລິຫານງານສູນກາງພັກ ຊຸດທີ XIII, ພ້ອມທັງໃຫ້ຂ່າວກ່ຽວກັບວາລະເລືອກຕັ້ງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ເປັນຕົ້ນແມ່ນ ສຳນັກຂ່າວສານ ຊີນຮວາ, Fance 24, Rappler, Channel News Asia (CNA), The Guardian, ສຳນັກຂ່າວສານ Kyodo ຂອງ ຍີ່ປຸ່ນ, ສຳນັກຂ່າວສານ Reuters ຂອງ ອັງກິດ. ໃນນັ້ນ, ສຳນັກຂ່າວສານ Reuters ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບການປັບປຸງລະບຽບວິໄນຂອງພັກ ແລະ ນະໂຍບາຍເດັດດ່ຽວຕໍ່ສູ້ຕໍ່ຕ້ານການສໍ້ລາດບັງຫຼວງ. ໃນຂະນະນັ້ນ, ສຳນັກຂ່າວສານ AFP ຂອງ ຝລັ່ງ ໄດ້ຄັດສະເໜີຄຳປາໄສຂອງ ທ່ານສາດສະດາຈານ Carl Thayer ສັງກັດມະຫາວິທະຍາໄລ New South Wales ຂອງ ອົດສະຕາລີ ເຊິ່ງເປັນນັກຄົ້ນຄວ້າກ່ຽວກັບ ຫວຽດນາມ, ໂດຍຖືວ່າ ດ້ວຍຜົນການປ່ອນບັດຂອງ ກອງປະຊຸມໃຫຍ່ຄັ້ງທີ XIII, ພັກກອມມູນິດ ຫວຽດນາມ ຈະສືບຕໍ່ຊຸກຍູ້ບັ້ນຕໍ່ສູ້ຕ້ານຄືນການສໍ້ລາດບັງຫຼວງ ໃນອາຍຸການຈະມາເຖິງ.


ຕອບກັບ