ສື່ມວນຊົນປະກອບສ່ວນເຂົ້າໃນຜົນງານລວມຂອງປະເທດຊາດ

Chia sẻ
(vovworld) – ຕອນ​ເຊົ້າ​ວັນ​ທີ 07/02 ຢູ່ ຮ່າ​ໂນ້ຍ, ຄະ​ນະ​ໂຄສະ​ນາ​ສຶກສາ​ສູນ​ກາງ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ
ສື່ມວນຊົນປະກອບສ່ວນເຂົ້າໃນຜົນງານລວມຂອງປະເທດຊາດ - ảnh 1
ທ່ານ ຫວໍ​ວັນ​ເຖືອ​ງ ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ

(vovworld) – ຕອນ​ເຊົ້າ​ວັນ​ທີ 07/02 ຢູ່ ຮ່າ​ໂນ້ຍ, ຄະ​ນະ​ໂຄສະ​ນາ​ສຶກສາ​ສູນ​ກາງ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ສະມາຄົມ​ນັກ​ຂ່າວ ຫວຽດນາມ ​ແລະ ໜັງສື​ພິມ​ເຍີນ​ເຢີ​ນ (ສຽງ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ) ສົບ​ທົບ​ກັນ​ຈັດ​ຕັ້ງ​ການ​ປະຊຸມແລກປ່ຽນ​ວຽກ​ງານ​ສື່​ມວນ​ຊົນ​ເນ​ື່ອງ​ໃນ​​ໂອກາດ​ຕົ້ນ​ປີ. ​ເຂົ້າ​ຮ່ວມ​ມີ​ທ່ານ ຫວໍ​ວັນ​ເຖືອ​ງ ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ທ່ານ ຫວູດຶກ​ດາມ ຮອງ​ນາຍົກລັດຖະມົນຕີ ພ້ອມ​ດ້ວຍ​ຜູ້ຕາງໜ້າ​ບັນດາ​ອົງການ​ສຳນັກງານ​ສື່​ມວນ​ຊົນ, ອົງການຮັບຜິດຊອບ​ສື່​ມວນ​ຊົນ. ນະ​ທີ່​ນີ້, ທ່ານ ຫວໍ​ວັນ​ເຖືອ​ງ ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ເນັ້ນ​ໜັກ​ວ່າ ​ໃນ​ຜົນງານ​ລວມຂອງປະ​ເທດ​ຊາດ ມີ​ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫລວງ​ຈາກ​ສື່​ມວນ​ຊົນ. ​ແລະ ​ວາງອອກ​ບັນດາ​ໜ້າ​ທີ່​ຈຸດ​ສຸມ ​ເຊິ່ງສື່​ມວນ​ຊົນ​ຄວນ​ປະຕິບັດ​ໃນ​ປີ 2017. ທ່ານ ຫວໍ​ວັນ​ເຖືອ​ງ ສະ​ເໜີວ່າ:

        “ຂ້າພະ​ເຈົ້າ​ຖື​ວ່າ: ຖ້າ​ຫາກພັກ, ລັດ​ຍາມ​ໃດ​ກໍ່​ກຳນົດສື່​ມວນ​ຊົນ​ແມ່ນ​ກຳລັງປະຈັນບານ​ໃນ​ວຽກ​ງາ​ນ​ແນວ​ຄິດ​ຂອງ​ພັກ ​ຊຶ່ງ​ບັນດາ​ບັນຫາ​ສື່​ມວນ​ຊົນ​​ໄດ້ຍົກ​ອອກມາ ຍາມ​ໃດ​ກໍ່​ມີ​ຄຸນຄ່າ​ຕໍ່ວຽກ​ງານ​ຊີ້​ນຳ​ນຳພາ​ຄຸ້ມ​ຄອງ​ຂອງ​ອົງການ​ສຳນັກງານ​ພັກ, ລັດ. ​ດັ່ງ​ນັ້ນ ບັນດາ​ບັນຫາ​ສື່​ມວນ​ຊົນ​ຍົກ​ອອກ​ໃນ​ປີ ​ໄດ​້ຮັບ​ການແກ້​ໄຂ ​ແລະ ກະທົບ​ຕອບ​ເປັນ​ແນວ​​ໃດຈາກບັນດາ​ອົງການ​ຄຸ້ມ​ຄອງ​. ຫຼື ບັນດາ​ບັນຫາ​ສື່​ມວນ​ຊົນ​ຍົກ​ອອກ ​ຊຶ່ງ​ຍັງ​ບໍ່​ທັນ​ເຮັດ​ໄດ້, ຍັງ​ບໍ່​ທັນ​ມີ​ໝາກ​ຜົນ ກໍ່​​ແຈ້ງໃຫ້​ສື່​ມວນ​ຊົນຊາບ​ເຮັດ​ແນວ​ໃດ ​ເພື່ອ​ໃຫ້ບັນດາ​ບັນຫາ​ຂອງ​ພວກ​ເຮົາ​ຍົກ​ອອກ ບໍ່​ຖືກຫລົງ​ລືມ.

        ຢ້ຳ​ຄືນ​ບັນດາ​ການ​ປະກອບສ່ວນ​ຂອງ​ລະບົບ​ໂທລະ​ໂຄ່ງ​ຂັ້ນ​ຮາກ​ຖານ, ທ່ານ ຫງວຽນ​ເທ໋ກີ ຜູ້ອຳນວຍການ​ໃຫຍ່ VOV ຖື​ວ່າ:

        “ພວກ​ຂ້າພະ​ເຈົ້າຄິດ​ວ່າ ຖ້າ​ຫາກ​ໂທລະ​ໂຄ່ງ​ຢູ່​ຕາ​ແສງ​ໄດ້​ຮັບ​ການ​ຄຸ້ມ​ຄອງ​ເປັນ​ຢ່າງ​ດີ, ​ເຜີຍ​ແຜ່ບັນດາ​ເນື້ອ​ໃນ​ແທດ​ຈິງ​ຂອງ​ຕາ​ແສງນັ້ນ, ຂອງ​ເຂດ​ຊຸມ​ຊົນ​ແມ່ນມີ​ຄວາມ​ຈຳ​ເປັນ​ທີ່​ສຸດ.”

ຕອບກັບ