ສປປ.ເກົາຫຼີ ພຽງແຕ່ເຈລະຈາກ່ຽວກັບການສ້າງແຫຼມເກົາຫຼີປອດນິວເຄຼຍ ກັບ ອາເມລິກາ ເມື່ອທຸກການນາບຊູ່ຖືກຍົກເລີກດເທົ່ານັ້ນ

Chia sẻ
(VOVWORLD) -ໃນຖະແຫຼງການ, ຫົວໜ້າກົມຮັບຜິດຊອບບັນດາບັນຫາຢູ່ທະວີບ ອາເມລິກາ ຂຶ້ນກັບ ກະຊວງການຕ່າງປະເທດ ສປປ.ເກົາຫຼີ ກໍກ່າວເຕືອນວ່າ ອາເມລິກາ ແມ່ນຝ່າຍຕັດສິນວ່າ ການພົບປະຄັ້ງຈະມາເຖິງຈະແມ່ນ “ເປີດໂອກາດທີ່ດີ” ຫຼື ຈະແມ່ນວິກິດການ.
ສປປ.ເກົາຫຼີ ພຽງແຕ່ເຈລະຈາກ່ຽວກັບການສ້າງແຫຼມເກົາຫຼີປອດນິວເຄຼຍ ກັບ ອາເມລິກາ ເມື່ອທຸກການນາບຊູ່ຖືກຍົກເລີກດເທົ່ານັ້ນ - ảnh 1ທ່ານ Kwon Jong Gun ຫົວໜ້າກົມຮັບຜິດຊອບບັນດາບັນຫາຢູ່ທະວີບ ອາເມລິກາ ຂຶ້ນກັບ ກະຊວງການຕ່າງປະເທດ ສປປ.ເກົາຫຼີ (ພາບ: TTXVN)

ວັນທີ 16 ກັນຍາ, ສໍານັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ຄັດສະເໜີຖະແຫຼງການສະບັບໜຶ່ງຂອງວົງການເຈົ້າໜ້າທີ່ກະຊວງການຕ່າງປະເທດ ສປປ.ເກົາຫຼີ ໂດຍໃຫ້ຮູ້ວ່າ ການເຈລະຈາຂັ້ນນັກວິຊາການ ກັບ ອາເມລິກາ ອາດຈະຖືກດໍາເນີນໃນ “ 2 – 3 ອາທິດຈະມາເຖິງ”, ແຕ່ກໍເນັ້ນໜັກວ່າ ບັນດາການປຶກສາຫາລືກ່ຽວກັບການສ້າງແຫຼມເກົາຫຼີປອດນິວເຄຼຍ ຈະຖືກດໍາເນີນກໍ່ໍຕໍ່ເມື່ອ ທຸກການນາບຂູ່ສໍາລັບ ພຽງຢາງ ຖືກຍົກເລິກຢ່າງສິ້ນເຊີງເທົ່ານັ້ນ. ໃນຖະແຫຼງການ, ຫົວໜ້າກົມຮັບຜິດຊອບບັນດາບັນຫາຢູ່ທະວີບ ອາເມລິກາ ຂຶ້ນກັບ ກະຊວງການຕ່າງປະເທດ ສປປ.ເກົາຫຼີ ກໍກ່າວເຕືອນວ່າ ອາເມລິກາ ແມ່ນຝ່າຍຕັດສິນວ່າ ການພົບປະຄັ້ງຈະມາເຖິງຈະແມ່ນ “ເປີດໂອກາດທີ່ດີ” ຫຼື ຈະແມ່ນວິກິດການ.

        ເຈົ້າໜ້າທີີ່ຄົນດັ່ງກ່າວ ຫວັງວ່າ ການເຈລະຈາຂັ້ນນັກວິຊາການທີ່ໄດ້ລໍຄອຍ ຈະດໍາເນີນໃນ 2 – 3 ວັນຈະມາເຖິງ ໄດ້ລໍຄອຍວ່າ ຈະແມ່ນການພົບອັນປະດີງາມ, ແຕ່ສິ່ງດັ່ງກ່າວ ກໍ່ຂຶ້ນກັບວ່າ ອາເມລິກາ ຈະສະເໜີເນື້ອໃນຫຍັງແດ່ທີ່ການພົບປະ.

ຕອບກັບ