ສ​ປ​ຊ ຕີ​ລາ​ຄາ​ສູງ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ ຫວຽດ​ນາມ

Chia sẻ
(VOVWORLD) -ທີ່ການພົບປະ, ທ່ານເລຂາທິການໃຫຍ່ Antonio Guterres ໃຫ້ຮູ້ວ່າ ທ່ານມີຄວາມປະທັບໃຈຕໍ່ບັນດາຜົນສຳເລັດ ໃນການພັດທະນາເສດຖະກິດ - ສັງຄົມ ຂອງ ຫວຽດນາມ, ພິເສດແມ່ນວິວັດການຟື້ນຟູພາຍຫຼັງໂຄວິດ - 19. 
ສ​ປ​ຊ ຕີ​ລາ​ຄາ​ສູງ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ ຫວຽດ​ນາມ - ảnh 1ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ຮ່າກິມງອກ (ພາບ: TTXVN)

ວັນທີ 3 ສິງຫາ, ຢູ່ສຳນັກງານ ສປຊ ຢູ່ນິວຢອກ (ປະເທດ ອາເມລິກາ), ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ຮ່າກິມງອກ ໄດ້ພົບປະ ແລະ ເຮັດວຽກກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres ເນື່ອງໃນໂອກາດໄປເຂົ້າຮ່ວມກອງປະຊຸມສຳຫຼວດກວດກາຄັ້ງທີ 10 ສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ຢູ່ນິວຢອກ.

ທີ່ການພົບປະ, ທ່ານເລຂາທິການໃຫຍ່ Antonio Guterres ໃຫ້ຮູ້ວ່າ ທ່ານມີຄວາມປະທັບໃຈຕໍ່ບັນດາຜົນສຳເລັດ ໃນການພັດທະນາເສດຖະກິດ - ສັງຄົມ ຂອງ ຫວຽດນາມ, ພິເສດແມ່ນວິວັດການຟື້ນຟູພາຍຫຼັງໂຄວິດ - 19. ທ່ານ ເລຂາທິການໃຫຍ່ ຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງ ຫວຽດນາມ ຕໍ່ວຽກງານລວມຂອງ ສປຊ, ເປັນຕົ້ນແມ່ນບັນດາຄຳໝັ້ນສັນຍາຢ່າງແຮງໃນການຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນຂົງເຂດນີ້.

ແລກປ່ຽນກ່ຽວກັບບັນຫາໃນພາກພື້ນ ແລະ ສາກົນ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ສືບຕໍ່ປັບປຸງລັດທິຫຼາຍຝ່າຍ, ຍົກສູງການປະຕິບັດກົດໝາຍສາກົນ, ເພີ່ມທະວີການຮ່ວມມື ລະຫວ່າງ ອາຊຽນ ກັບ ສປຊ, ແລະ ເສີມຂະຫຍາຍບົດບາດ ຂອງ ອາຊຽນ ໃນໂຄງປະກອບຄວາມໝັ້ນຄົງໃນພາກພື້ນ, ໃນນັ້ນມີການຮັກສາສັນຕິພາບ, ສະຖຽນລະພາບຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ, ການບິນຢູ່ ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ຕອບກັບ