ສັບປະດາທະເລແລະໝູ່ເກາະຫວຽດນາມ: ປົກປັກຮັກສາມະຫາສະໝຸດ, ພັດທະນາການຫາເງິນລ້ຽງຊີບຢູ່ທະເລແບບຍືນຍົງ

Chia sẻ
(VOVWORLD) -ດ້ວຍບົດບາດເປັນອົງການປະຈຳການຄະນະຊີ້ນຳແຫ່ງຊາດກ່ຽວກັບການພັດທະນາຍຸດທະສາດດັ່ງກ່າວ, ທາງກະຊວງໄດ້ຕັ້ງໜ້າ, ເປັນເຈົ້າການສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ຈັດຕັ້ງການຜັນຂະຫຍາຍການປະຕິບັດມະຕິເລກທີ 36
ສັບປະດາທະເລແລະໝູ່ເກາະຫວຽດນາມ: ປົກປັກຮັກສາມະຫາສະໝຸດ, ພັດທະນາການຫາເງິນລ້ຽງຊີບຢູ່ທະເລແບບຍືນຍົງ - ảnh 1(ພາບປະກອບ: baosoctrang)

ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ໄດ້ເລືອກເອົາຫົວເລື່ອງ “ສັບປະດາທະເລແລະໝູ່ເກາະຫວຽດນາມ: ປົກປັກຮັກສາມະຫາສະໝຸດ, ພັດທະນາການຫາເງິນລ້ຽງຊີບຢູ່ທະເລແບບຍືນຍົງ” ໃຫ້ແກ່ສັບປະດາທະເລແລະໝູ່ເກາະ ຫວຽດນາມ ປີ 2021 ເຊິ່ງດຳເນີນໃນລະຫວ່າງວັນທີ 01 - 08 ມິຖຸນາ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ທຸກຂັ້ນ, ທຸກຂະແໜງການ ແລະ ທ້ອງຖິ່ນຕ່າງໆປະຕິບັດເຈດຈຳນົງ, ຄວາມຕັດສິນໃຈປະຕິບັດຍຸດທະສາດພັດທະນາເສດຖະກິດຫວຽດນາມ ແບບຍືນຍົງໂດຍໄວ, ນຳປະເທດຊາດໃຫ້ກາຍເປັນປະເທດມີຄວາມເຂັ້ມແຂງຈາກທະເລ, ສ້າງຄວາມຮັ່ງມີຈາກທະເລ, ປົກປັກຮັກສາອະທິປະໄຕຂອງປະເທດຊາດຢູ່ບັນດາເຂດທະເລ, ໝູ່ເກາະ.

        ມະຕິເລກທີ 36 ຂອງຄະນະບໍລິຫານງານສູນກາງພັກກອມມູນິດຫຽດນາມ ຊຸດທີ XII ກ່ຽວກັບຍຸດທະສາດພັດທະນາເສດຖະກິດທະເລຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045 ແບບຍືນຍົງ ໄດ້ຊີ້ແຈ້ງທິດທາງພັດທະນາເສດຖະກິດທະເລກ່ຽວກັບສິ່ງແວດລ້ອມ ແລະ ການຫາເງິນລ້ຽງຊີບຢູ່ທະເລແບບຍືນຍົງຂອງປະຊາຊົນ. ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ເຈິ່ນຮົ່ງຮ່າ ໃຫ້ຮູ້ວ່າ, ດ້ວຍບົດບາດເປັນອົງການປະຈຳການຄະນະຊີ້ນຳແຫ່ງຊາດກ່ຽວກັບການພັດທະນາຍຸດທະສາດດັ່ງກ່າວ, ທາງກະຊວງໄດ້ຕັ້ງໜ້າ, ເປັນເຈົ້າການສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ຈັດຕັ້ງການຜັນຂະຫຍາຍການປະຕິບັດມະຕິເລກທີ 36; ເປັນເຈົ້າການ, ສົມທົບກັບບັນດາອົງການທີ່ກ່ຽວຂ້ອງເພື່ອສ້າງ, ຍື່ນສະເໜີຕໍ່ລັດຖະບານປະກາດໃຊ້ແຜນການສັງລວມ ແລະ ແຜນການໄລຍະ 5 ປີຂອງລັດຖະບານໃນປະຕິບັດມະຕິ.

ຕອບກັບ