ສືບ​ຕໍ່​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ລະຫວ່າງຫວຽດນາມ - ລາວ ​ໃນ​ຂົ​ງ​ເຂດການ​ສຶກສາ ​ແລະ ບໍາລຸງ​ສ້າງ ​ເລ​ິກ​ເຊິ່ງຂຶ້ນ​ຕື່ມ

Chia sẻ
(VOVWORLD) -ວັນທີ 16 ກັນຍາ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບໍາລຸງສ້າງ ຫວຽດນາມ ຟຸ່ງຊວັນຫຍະ ໄດ້ໃຫ້ການຕ້ອນຮັບ ທ່ານ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສປປ.ລາວ ປະຈໍາ ຫວຽດນາມ ທອງສະຫວັນ ພົມວິຫານ, ເນື່ອງໃນໂອກາດ ສິ້ນສຸດອາຍຸການປະຕິບັດໜ້າທີ່ທາງການທູດ ຢູ່ຫວຽດນາມ.

ສືບ​ຕໍ່​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ລະຫວ່າງຫວຽດນາມ - ລາວ ​ໃນ​ຂົ​ງ​ເຂດການ​ສຶກສາ ​ແລະ ບໍາລຸງ​ສ້າງ ​ເລ​ິກ​ເຊິ່ງຂຶ້ນ​ຕື່ມ - ảnh 1ທ່ານລັດຖະມົນຕີກະຊວງສຶກສາ ແລະ ບໍາລຸງສ້າງ ຫວຽດນາມ ຟຸ່ງຊວັນຫຍະ ໃຫ້ການຕ້ອນຮັບ ທ່ານ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສປປ.ລາວ ປະຈໍາ ຫວຽດນາມ ທອງສະຫວັນ ພົມວິຫານ 

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ຟຸ່ງຊວັນຫຍະ ຕີລາຄາສູງບັນດາການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ໃນການປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດເວົ້າລວມ,  ລະຫວ່າງກະຊວງສຶຶກສາ ແລະ ບໍາລຸງສ້າງ ຫວຽດນາມ ແລະ ກະຊວງສຶກສາທິການ ແລະ ກິລາ ລາວ ເວົ້າສະເພາະ.

        ທ່ານລັດຖະມົນຕີ ຟຸ່ງຊວັນຫຍະ ໃຫ້ຮູ້ວ່າ ຫວຽດນາມພວມຜັນຂະຫຍາຍແຜນຮ່າງ “ທົດລອງການສອນພາສາຫວຽດ - ລາວ ຢູ່ໂຮງຮຽນ ຫງວຽນຢູ , ວຽງຈັນ, ລາວ” ແລະ ໂຄງການ “ເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ຖັນແຖວພະນັກງານປະຕິບັດວຽກງານສອບເສັງ ແລະ ກວດກາຢັ້ງຢືນຄຸນນະພາບຂອງ ກະຊວງສຶກສາທິການ ແລະ ກິລາລາວ ໄລຍະ 2014 – 2020”. ຜັນຂະຫຍາຍແຜນຮ່າງ “ຮຽບຮຽງຫຼັກສູດສອນພາສາຫວຽດ ແລະ ຊຸດຕໍາລາຮຽນພາສາຫວຽດ (ສະບັບທົດລອງ) ແຕ່ ປ1 ຫາ ມ7 ໃຫ້ແກ່ນັກຮຽນລາວ. ທ່ານລັດຖະມົນຕີ ຟຸຸ່ງຊວັນຫຍະ ປາດຖະໜາວ່າ ຝ່າຍລາວ ຈະມີບັນດາຂໍ້ກໍານົດລະອຽດກວ່າອີກໃນການເລືອກຮັບນັກສຶກສາ ສໍາລັບນັກສຶກສານອກແຜນ ພິເສດແມ່ນຮັບປະກັນລະດັບຄວາມຮູ້ດ້ານພາສາຫວຽດ.  

ສ່ວນທ່ານເອກອັກຄະລັດຖະທູດ ທອງສະຫວັນ ພົມວິຫານ ໃຫ້ຮູ້ວ່າ ເມື່ອກັບເມືອປະເທດ ແລະ ຮັບດໍາລົງຕໍາແໜ່ງໃໝ່ ທ່ານຈະສືບຕໍ່ເອົາໃຈໃສ່ເຖິງການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດເວົ້າລວມ, ລະຫວ່າງກະຊວງສຶກສາ ແລະ ບໍາລຸງສ້າງສອງປະເທດເວົ້າສະເພາະ ເພື່ອແນໃສ່ຮັດແໜ້ນສາຍພົວພັນລະຫວ່າງສອງປະເທດໃນຂົງເຂດສຶກສາບໍາລຸງສ້າງຕື່ມອີກ.

ຕອບກັບ