ສືບຕໍ່ປະຕິບັດເປົ້າໝາຍຄວບຄູ່ ທັງຕ້ານໂລກລະບາດ ແລະທັງຟື້ນຟູເສດຖະກິດ

Chia sẻ
(VOVWORLD) -ຄວນສືບຕໍ່ເປັນເຈົ້າການຮັບປະກັນການດຸຸ່ນດ່ຽງງົບປະມານ,ປະຕິບັດເປົ້າໝາຍຄວບຄູ່ ທັງຕ້ານໂລກລະບາດ ແລະຟື້ນຟູເສດຖະກິດ. 

ສືບຕໍ່ປະຕິບັດເປົ້າໝາຍຄວບຄູ່ ທັງຕ້ານໂລກລະບາດ ແລະທັງຟື້ນຟູເສດຖະກິດ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

(ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມອອນລາຍສະຫລຸບວຽກງານການເງິນ - ງົບປະມານ 6 ເດືອນຕົ້ນປີ, ຜັນຂະຫຍາຍຫນ້າທີ່ວຽກງານ 6 ເດືອນທ້າຍປີ 2020, ໂດຍ ກະຊວງການເງິນ ຫວຽດນາມຈັດຂຶ້ນໃນ ຕອນເຊົ້າວັນທີ 7 ກໍລະກົດຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກເນັ້ນຫນັກວ່າ: ຄວນສືບຕໍ່ເປັນເຈົ້າການຮັບປະກັນການດຸຸ່ນດ່ຽງງົບປະມານ,ປະຕິບັດເປົ້າໝາຍຄວບຄູ່ ທັງຕ້ານໂລກລະບາດ ແລະຟື້ນຟູເສດຖະກິດ. ຂະແຫນງການເງິນ ຄວນມານະພະຍາຍາມປະຕິບັດຫນ້າທີ່ການເງິນງົບປະມານໃນຊຸມເດືອນທ້າຍປີໃຫ້ເປັນຢ່າງດີ.

“ຄວນສືບຕໍ່ຕິດຕາມສະພາບການສາກົນແລະພາຍໃນປະເທດ, ມີມາດຕະການແກ້ໄຂໃຫ້ເໝາະສົມ, ສືບຕໍ່ເປົ້າໝາຍຄວບຄູ່ ທັງປ້ອງກັນສະກັດກັ້ນໂລກລະບາດ ທັງຟື້ນຟູເສດຖະກິດສັງຄົມ. ທ່ານນາຍົກລັດຖະມົນຕີ ສະເຫນີ ກະຊວງການເງິນ ພ້ອມກັບທຸກຂັ້ນ ຂະແຫນງການ ຕ້ອງສູ້ຊົນ ຮັບປະກັນແຜນລາຍຮັບລາຍຈ່າຍງົບປະມານທີ່ໄດ້ວາງອອກ, ຮັບປະກັນແຫລ່ງກຳລັງການເງິນທີ່ຈຳເປັນເພື່ອຫນູນຊ່ວຍຟື້ນຟູພັດທະນາເສດຖະກິດສັງຄົມ,ຮັບປະກັນສະຖຽນລະພາບເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້ ແລະການດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ.”

 ທ່ານ ດີງຕຽນຢູງ ລັດຖະມົນຕີກະຊວງການເງິນໃຫ້ຮູ້ວ່າ: ພື້ນຖານເສດຖະກິດໃນຊຸມເດືອນຕົ້ນປີຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19. ເຖິງຢ່າງໃດກໍຕາມ ຫວຽດນາມຍັງຄົງຮັກສາບັນດາການດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ, ເສດຖະກິດມະຫາພາກມີຄວາມສະຖຽນລະພາບ, ຮັບປະກັນຊີວິດສັງຄົມ.ຫວຽດນາມ ກໍ່ແມ່ນຫນຶ່ງໃນຈຳນວນຫນ້ອຍປະເທດ ຍັງຄົງສືບຕໍ່ຮັກສາລະດັບໄວ້ວາງໃຈແຫ່ງຊາດ.

ຕອບກັບ