ສືບ​ຕໍ່ຈັດບັນ​ດາ​ຖ້ຽວ​ບິນ​ນຳ​ສົ່ງ​ພົນ​ລະ​ເມືອງ​ຫວຽດ​ນາມ​ກັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ

Chia sẻ
(VOVWORLD) -ວັນທີ 12 ສິງຫາ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງຫວຽດນາມ ແລະ ບໍລິສັດການບິນ Vietjet ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງສິງກະໂປຈັດຖ້ຽວບິນນຳສົ່ງພົນລະເມືອງ ຫວຽດນາມ 240 ຄົນຈາກສິງກະໂປກັບຈາກປະເທດ.
ສືບ​ຕໍ່ຈັດບັນ​ດາ​ຖ້ຽວ​ບິນ​ນຳ​ສົ່ງ​ພົນ​ລະ​ເມືອງ​ຫວຽດ​ນາມ​ກັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ - ảnh 1 ບັນດາຜູ້ໂດຍສານໄດ້ຮັບການກວດສຸຂະພາບແລະ ສົ່ງໄປຍັງຮາກຖານແຍກຕົວຕາມຂໍ້ກຳນົດ

ຜູ້ໂດຍສານໃນຖ້ຽວບິນລວມມີ: ເດັກນ້ອຍອາຍຸຕ່ຳກ່ວາ 18 ປີ, ຜູ້ມີອາຍຸສູງ, ຜູ້ມີໂລກປະຈຳຕົວ ແລະ ບັນດາກໍລະນີປະສົບກັບຄວາມຫຍຸ້ງຍາກເປັນພິເສດຕ່າງໆ.

        ກ່ອນໜ້ານັ້ນ, ໃນວັນທີ 10 – 11 ສິງຫາ, ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງອາເມລິການຳສົ່ງພົນລະເມືອງຫວຽດນາມ 340 ຄົນກັບເມື່ອປະເທດຢ່າງປອດໄພ. ພາຍຫຼັງເຮືອບິນລົງຈອດຢ່າງປອດໄພ, ບັນດາຜູ້ໂດຍສານໄດ້ຮັບການກວດສຸຂະພາບແລະ ສົ່ງໄປຍັງຮາກຖານແຍກຕົວຕາມຂໍ້ກຳນົດ.

ຕອບກັບ