ສັນຍາການຄ້າເສລີ ອິດສະຣາແອັນ - UAE ເລີ່ມມີຜົນສັກສິດ

Chia sẻ
(VOVWORLD) -ສັນຍາການຄ້າ FTA ດັ່ງກ່າວ ດ້ານໜຶ່ງໄດ້ຮັບຄວາມຫວັງວ່າ ຈະຫຼຸດພາສີອາກອນ ແລະ ຫຼຸດລາຍຈ່າຍການດຳລົງຊີວິດ, ດ້ານໜຶ່ງແມ່ນຍູ້ແຮງການເຄື່ອນໄຫວແລກປ່ຽນການຄ້າລະຫວ່າງ 2 ປະເທດ.
ສັນຍາການຄ້າເສລີ ອິດສະຣາແອັນ - UAE ເລີ່ມມີຜົນສັກສິດ - ảnh 1(ພາບປະກອບ: Reuters)

        ວັນທີ 26 ມີນາ, ສັນຍາການຄ້າເສລີ (FTA) ລະຫວ່າງ ອິດສະຣາແອັນ ແລະ ບັນດາປະເທດ ສະຫະລັດອາຣັບເອັມມີເຣດ (UAE) ເລີ່ມມີຜົນສັກສິດ ພາຍຫຼັງທີ່ 2 ຝ່າຍລົງນາມຂໍ້ຕົກລົງພາສີ, ສ້າງຂີດໝາຍຂໍ້ຕົກລົງເສດຖະກິດສະບັບທຳອິດເຊິ່ງ ອິດສະຣາແອັນ ບັນລຸໄດ້ກັບປະເທດ ອາຣັບ ໜຶ່ງ.

        ຫ້ອງວ່າການຂອງນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ອອກຖະແຫຼງການຊີ້ແຈ້ງວ່າ, ທ່ານລັດຖະມົນຕີການຕ່າງປະເທດ ອິດສະຣາແອັນ Eli Cohen ແລະ ທ່ານເອກອັກຄະລັດຖະທູດ UAE ປະຈຳ ອິດສະຣາແອັນ Mohamed Al Khaja ໄດ້ເຂົ້າຮ່ວມພິທີລົງນາມ ຕໍ່ໜ້າການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ Benjamin Netanyahu. ດ້ວຍເຫດການດັ່ງກ່າວ, FTA ເຊິ່ງ 2 ຝ່າຍບັນລຸໄດ້ໃນເດືອນ ພຶດສະພາ 2022 ມີຜົນສັກສິດຢ່າງເປັນທາງການ.

        ຖະແຫຼງການກໍ່ຊີ້ແຈ້ງວ່າ ສັນຍາການຄ້າ FTA ດັ່ງກ່າວ ດ້ານໜຶ່ງໄດ້ຮັບຄວາມຫວັງວ່າ ຈະຫຼຸດພາສີອາກອນ ແລະ ຫຼຸດລາຍຈ່າຍການດຳລົງຊີວິດ, ດ້ານໜຶ່ງແມ່ນຍູ້ແຮງການເຄື່ອນໄຫວແລກປ່ຽນການຄ້າລະຫວ່າງ 2 ປະເທດ. FTA ລະຫວ່າງ ອິດສະຣາແອັນ ແລະ UAE ລວມມີຂົງເຂດ, ຄື: ຂໍ້ກຳນົດດ້ານກົດໝາຍ, ພາສີ, ການບໍລິການ, ການເຄື່ອນໄຫວຊື້ຂາຍຂອງລັດຖະບານ… ມີບາງຜະລິດຕະພັນຈະປອດພາສີໃນທັນທີ ແລະ ບັນດາຜະລິດຕະພັນທີ່ຍັງເຫຼືອຈະໄດ້ຮັບນະໂຍບາຍປອດພາສີເທື່ອລະກ້າວຕາມການເວລາ.

        ກະຊວງການຕ່າງປະເທດ ອິດສະຣາແອັນ ໃຫ້ຮູ້ວ່າ ປະຈຸບັນ UAE ແມ່ນຄູ່ຄ້າໃຫຍ່ອັນດັບທີ 16 ຂອງປະເທດນີ້.

ຕອບກັບ