ສູນ​ກາງ​ຊາວ​ໜຸ່ມ ປະ​ຊາ​ຊົນ​ປະ​ຕິວ​ັດ ລາວ ໜູນ​ຊ່ວຍ​ນັກ​ສຶກ​ສາ ຫວຽດ​ນາມ

Chia sẻ
(VOVWORLD) -ສູນກາງຊາວໜຸ່ມ ປະຊາຊົນປະຕິວັດ ລາວ ລົງໄປຫໍພັກນັກສຶກສາ ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ ເພື່ອຢື້ຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ມອບຂອງຂວັນມີມູນຄ່າ 12 ລ້ານກີບ ໃຫ້ແກ່ບັນດານັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ ລາວ.
ສູນ​ກາງ​ຊາວ​ໜຸ່ມ ປະ​ຊາ​ຊົນ​ປະ​ຕິວ​ັດ ລາວ ໜູນ​ຊ່ວຍ​ນັກ​ສຶກ​ສາ ຫວຽດ​ນາມ - ảnh 1ສູນກາງຊາວໜຸ່ມ ປະຊາຊົນປະຕິວັດ ລາວ ມອບຂອງຂວັນມີມູນຄ່າ 12 ລ້ານກີບ ໃຫ້ແກ່ນັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ ລາວ (ພາບ:TTXVN)

  ຕອນເຊົ້າວັນທີ 2 ສິງຫາ, ທ່ານສຸລິຍາ ແກ້ວພິລາວົງ ຫົວໜ້າຫ້ອງການສູນກາງຊາວໜຸ່ມ ປະຊາຊົນປະຕິວັດ ລາວ ໄດ້ລົງໄປຫໍພັກນັກສຶກສາ ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ ເພື່ອຢື້ຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ມອບຂອງຂວັນມີມູນຄ່າ 12 ລ້ານກີບ ໃຫ້ແກ່ບັນດານັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ ລາວ.

        ຂອງຂວັນລວມມີເຄື່ອງຂອງທີ່ຈຳເປັນ ພ້ອມດ້ວຍຜ້າອັດປາກອັດດັງ, ເຈວລ້າງມື້ ເພື່ອແນໃສ່ຊ່ວຍເຫຼືອນັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ມະຫາວິທະຍາໄລແຫ່ງຊາດລາວ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

        ປັດຈຸບັນ, ມະຫາວິທະຍາໄລແຫ່ງຊາດ ລາວ ມີນັກສຶກສາ ຫວຽດນາມ ລວມທັງໝົດ 184 ຄົນ ແລະ ແມ່ນໂຮງຮຽນທີ່ມີນັກສຶກສາ ຫວຽດນາມ ມາຮຽນຫຼາຍທີ່ສຸດໃນປະເທດ ລາວ.

 


ຕອບກັບ