ສົ່ງ​ເສີມ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ - ອານ​ເຊ​ຣີ

Chia sẻ
(VOVWORLD) - ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືດ້ານການຄ້າ ແລະ ການລົງທຶນກັບ ອານເຊຣີເວົ້າລວມ ແລະ ແຂວງ Constantina ເວົ້າສະເພາະ, ໃນລະຫວ່າງວັນທີ 16 – 17 ຕຸລາ, ຄະນະປະຕິບັດງານຂອງສະຖານທູດ ຫວຽດນາມປະຈຳ ອານເຊຣີ ໂດຍທ່ານ ຟ້າມກ໊ວກຈຸ ເອກອັກຄະລັດຖະທູດ ນຳໜ້າ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ທ້ອງຖິ່ນນີ້. 
ສົ່ງ​ເສີມ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ - ອານ​ເຊ​ຣີ - ảnh 1ຄະນະປະຕິບັດງານສະຖານທູດ ຫວຽດນາມປະຈຳ ອານເຊນີ ເຮັດວຽກກັບຫ້ອງການການຄ້າ ແລະ ອຸດສາຫະກຳ  Constantina (ພາບ: TTXVN)

ແຂວງ Constantina ແມ່ນນະຄອນໃຫຍ່ອັນດັບທີ 3 ຂອງ ອານເຊຣີ, ຫ່າງຈາກນະຄອນ Algiers ໄປທາງທິດໃຕ້ ປະມານ 400 ກິໂລແມັດ, ມີທ່າແຮງກ່ຽວກັບ ການທ່ອງທ່ຽວ, ລ້ຽງສັດ, ປູກຝັງ ແລະ ພິເສດແມ່ນຂົງເຂດອຸດສາຫະກຳ ການຢາ. 

ທີ່ການເຮັດວຽກກັບ ທ່ານ Abdessamie Saidoun ເຈົ້າແຂວງ ແຂວງ Constantina, ສອງຝ່າຍໄດ້ແນະນຳສະພາບການ ແລະ ຄວາມສາມາດບົ່ມຊ້ອນດ້ານເສດຖະກິດຂອງຕົນ, ແລກປ່ຽນກ່ຽວກັບບັນດາມາດຕະການເພື່ອຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃນບັນດາຂົງເຂດເພື່ອໃຫ້ເໝາະສົມກັບການພົວພັນດ້ານການເມືອງ ແລະ ການທູດອັນດີງາມລະຫວ່າງ ສອງປະເທດ, ພິເສດແມ່ນເສດຖະກິດ - ການຄ້າ.

ເນື່ອງໃນໂອກາດນີ້, ສະຖານທູດ ຫວຽດນາມປະຈຳ ອານເຊຣີ ໄດ້ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳແຂວງ Constantina(CCI) ຈັດຕັ້ງການໂອ້ລົມສົນທະນາແນະນຳຄວາມສາມາດບົ່ມຊ້ອນໃນການຮ່ວມມືສົ່ງອອກ - ນຳເຂົ້າ ແລະ ການລົງທຶນລະຫ່ວາງສອງປະເທດໂດຍມີການເຂົ້າຮ່ວມຂອງ ບັນດາການນຳ ຂອງ CCI ພ້ອມກັບວິສາຫະກິດທ້ອງຖິ່ນຫຼາຍສິບແຫ່ງໃນຂົງເຂດການຄ້າ, ອຸດສາຫະກຳ ແລະ ການທ່ອງທ່ຽວ. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ຟ້າມກ໊ວກຈຸ ໄດ້ຫວນຄືນການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ອານເຊຣີ, ພ້ອມທັງເນັ້ນໜັ້ກວ່າ ລັດຖະບານ ຫວຽດນາມເວົ້າລວມ ແລະ ສະຖານທູດ ຫວຽດນາມ ປະຈຳ ອານເຊຣີເວົ້າສະເພາະຈະສ້າງເງື່ອນໄຂສະດວກ ແລະ ການໜູນຊ່ວຍທີ່ຈຳເປັນເພື່ອໃຫ້ວິສາຫະກິດ ສອງປະເທດເພີ່ມທະວີການຮ່ວມມື ແລະ ລົງທຶນເຂົ້າບັນດາຂົງເຂດທີ່ເປັນທ່າແຮງ ແລະ ມີຄວາມສາມາດບົ່ມຊ້ອນຂອງກັນ.

ຕອບກັບ