ວາລະສານທ່ອງທ່ຽວ ອາເມລິກາ ເລືອກເຟັ້ນ 7 ໂຮງແຮມ “ດີສຸດຢູ່ ຫວຽດນາມ”

Chia sẻ
(VOVWORLD) -ຫວ່າງແລ້ວນີ້ ວາລະສານທ່ອງທ່ຽວ ອາເມລິກາ CnTraveler ໃຫ້ຮູ້ວ່າ: ມີໂຮງແຮມ ຫວຽດນາມຫລາຍແຫ່ງໄດ້ຄັດເລືອກເຂົ້າບັນຊີລາຍຊື່ແຖວຫນ້າໂລກຂອງວາລະສານນີ້.
ວາລະສານທ່ອງທ່ຽວ ອາເມລິກາ ເລືອກເຟັ້ນ 7 ໂຮງແຮມ “ດີສຸດຢູ່ ຫວຽດນາມ” - ảnh 1Resort Amanoi ຕັ້ງຢູ່ແຄມ ອ່າວ ຫວີງຮີ ຊື່ງແມ່ນຫນຶ່ງໃນບັນດາອ່າວສວຍງາມທີ່ສຸດຢູ່ ຫວຽດນາມ. ພາບ:tapchicongthuong.vn

ບາງມາດຖານເດັ່ນສຸດເພື່ອເລືອກເຟັ້ນນັ້ນແມ່ນ:  ໂຮງແຮມໃຫມ່, ທັນສະໄຫມ, ໄດ້ຮັບການລົງທຶນຫລາຍ, ມີຫາດຊາຍທະເລຍາວຢຽດ ແລະ ສະຖາປັດຕະຍະກຳເຕັມໄປດ້ວຍສີສັນຂອງທ້ອງຖິ່ນ, ມີຈຸດພົ້ນເດັ່ນກ່ຽວກັບປະຫວັດສາດຂອງຊາດ.

ຕາມບັນຊີລາຍຊື່ຄັດເລືອກຈາກບັນດາຜູ້ຊ່ຽວຊານຂອງ CnTraveler ແລ້ວ, ອັນດັບຫນຶ່ງ ແມ່ນ Amanoi ຢູ່ ອ່າວ ຫວີງຮີ ແຂວງ ນິງທ້ວນ. ຕໍ່ມາແມ່ນ Azerai ນະຄອນ ເກີນເທີ. ສ່ວນໂຮງແຮມ Capella ຢູ່ໃຈກາງ ຮ່າໂນ້ຍ ຢືນອັນດັບ 3. InterContinental Sun Peninsula Resort  ຢືນອັນດັບ 4 ແລະ ທີ 5 ແມ່ນ ໂຮງແຮມ Zannier Hotels ຢູ່ ຟູອຽນ, ທີ 6 ແມ່ນ Regent Phu Quoc ແລະ ສຸດທ້າຍແມ່ນ The Anam ໝູຍແນ່ ນະຄອນ ຟານທຽດ ແຂວງ ບິ່ງທ້ວນ.

ຕອບກັບ