ວິ​ສາ​ຫະ​ກິດ ຫວຽດ​ນາມ ໂຄ​ສະ​ນາ​ຜ​ະ​ລິດ​ຕະ​ພັນ​ຢູ່​ງານ​ຕະຫຼາດ​ນັດ​ວາງ​ສະ​ແດງ​​ຕ່ຳ​ແຜ່ນ​ຕັດ​ຫຍິບ ແລະ ແຟ​ຊັ່ນ ນິວຢອກ

Chia sẻ
(VOVWORLD) - ວິສາຫະກິດ ຫວຽດນາມ ມີກຳລັງບົ່ມຊ້ອນ ແລະ ໂອກາດຫຼາຍຢ່າງເພື່ອເປີດກວ້າງອັດຕາຈຳໜ່າຍສິນຄ້າຢູ່ຕະຫຼາດ ອາເມລິກາ. 
ວິ​ສາ​ຫະ​ກິດ ຫວຽດ​ນາມ ໂຄ​ສະ​ນາ​ຜ​ະ​ລິດ​ຕະ​ພັນ​ຢູ່​ງານ​ຕະຫຼາດ​ນັດ​ວາງ​ສະ​ແດງ​​ຕ່ຳ​ແຜ່ນ​ຕັດ​ຫຍິບ ແລະ ແຟ​ຊັ່ນ ນິວຢອກ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຖ່າຍຮູບພ້ອມກັບບັນດາວິສາຫະກິດ ຫວຽດນາມ (ພາບ: VOV)

ວັນທີ 16 ກໍລະກົດ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ເຂົ້າຮ່ວມພິທີໄຂງານຕະຫຼາດນັດຕ່ຳແຜ່ນຕັດຫຍິບ ແລະ ແຟຊັັ່ນ TexWorld ເຊິ່ງໄດ້ຈັດຂຶ້ນຢູ່ ນິວຢອກ, ອາເມລິກາ ແລະ ພົບປະກັບຄະນະວິສາຫະກິດ ຫວຽດນາມ ທີ່ເຂົ້າຮ່ວມງານຕະຫຼາດນັດ. ເຂົ້າຮ່ວມ TexWorld ປີ 2024, ຄະນະ ຫວຽດນາມ ມີ 39 ວິສາຫະກິດເຂົ້າຮ່ວມການວາງສະແດງສິນຄ້າ. ເມື່ອໄປຢ້ຽມຢາມແຕ່ລະຮ້ານວາງຂາຍເຄື່ອງຂອງ ຫວຽດນາມ ຢູ່ງານຕະຫຼາດນັດ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮວ່າງຢາງ ຖືວ່າ ວິສາຫະກິດ ຫວຽດນາມ ມີກຳລັງບົ່ມຊ້ອນ ແລະ ໂອກາດຫຼາຍຢ່າງເພື່ອເປີດກວ້າງອັດຕາຈຳໜ່າຍສິນຄ້າຢູ່ຕະຫຼາດ ອາເມລິກາ. ທ່ານເອກອັກຄະລັດຖະທູດ ສະເໜີໃຫ້ສະຫະສະມາຄົມ, ວິສາຫະກິດ ຫວຽດນາມ ສືບຕໍ່ສົມທົບກັບບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ອາເມລິກາ ຢ່າງແໜ້ນແຟ້ນ ເພື່ອນຳຜະລິດຕະພັນ ຫວຽດນາມ ເຂົ້າຕະຫຼາດ ອາເມລິກາ ຫຼາຍກວ່າອີກ, ປະກອບສ່ວນສ້າງກຳລັງໜູນພັດທະນາໃໝ່ໃຫ້ແກ່ຂະແໜງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ  ແລະ ເພີ່ມທະວີການພົວພັນດ້ານການຄ້າລະຫວ່າງສອງປະເທດ.

        ຫວ່າງມໍ່ໆມານີ້, ສະຫະສະມາຄົມແຟຊັ່ນ ອາເມລິກາ (USFIA) ໄດ້ປະກາດຜົນການສຳຫຼວດກ່ຽວກັບການປຽບທຽບທ່າໄດ້ປຽບໃນການແກ່ງແຍ້ງລະຫວ່າງບັນດາປະເທດສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ ເຂົ້າຕະຫຼາດ ອາເມລິກາ. ຕາມນັ້ນແລ້ວ, ຄະແນນທັງໝົດຂອງ ຫວຽດນາມ ສູງກວ່າ ຈີນ ແລະ ບັງກະລາເທດ. ຂະແໜງຕ່ຳແຜ່ນຕັດຫຍິບ ຫວຽດນາມ ພວມມີທ່າໄດ້ປຽບແກ້ງແຍ້ງສູງກວ່າ ຍ້ອນຄວາມສາມາດຜະລິດມີຫຼາກຫຼາຍຜະລິດຕະພັນທີ່ມີມູນຄ່າສູງ. ຕາມການຕີລາຄາແລ້ວ, ຫວຽດນາມ ພວມຢືນແຖວໜ້າກ່ຽວກັບຄວາມສາມາດຜະລິດຜະລິດຕະພັນຫຼາຍຮູບຫຼາຍແບບ ແລະ ວ່ອງໄວ ຍ້ອນມີການລົງທຶນເຄື່ອງຈັກ ແລະ ມີສີມືຊຳນານງານ.

       ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ