ວັນໂລກປອດຢາສູບ 31 ພຶດສະພາ: ປົກປ້ອງຊາວໜຸ່ມເຍົາວະຊົນຕໍ່ຜົນກະທົບຂອງຢາສູບ

Chia sẻ
(VOVWORLD) -WHO ໄດ້ຮຽກຮ້ອງໃຫ້ບັນດາປະເທດປະຕິບັດນະໂຍບາຍຢ່າງແຮງກວ່າ ເພື່ອປົກປ້ອງປະຊາຄົມ, ພິເສດແມ່ນລຸ້ນໜຸ່ມຕໍ່ຄວາມສ່ຽງນຳໃຊ້ບັນດາຜະລິດຕະພັນຢາສູບ

ວັນໂລກປອດຢາສູບ 31 ພຶດສະພາ: ປົກປ້ອງຊາວໜຸ່ມເຍົາວະຊົນຕໍ່ຜົນກະທົບຂອງຢາສູບ - ảnh 1 ພິທີໂຮມຊຸມນຸມມິດຕິງຕອບສະໜອງວັນໂລກປອດຢາສູບ

(ພາບ: TTXVN)

ວັນທີ 29 ພຶດສະພາ, ຢູ່ຮ່າໂນ້ຍ, ກອງທຶນປ້ອງກັນ, ຕ້ານຜົນຮ້າຍຂອງຢາສູບ (ກະຊວງສາທາລະນະສຸກຫວຽດນາມ) ໄດ້ຈັດພິທີໂຮມຊຸມນຸມມິດຕິງຕອບສະໜອງວັນໂລກປອດຢາສູບ 31 ພຶດສະພາ ແລະ ສັບປະດາແຫ່ງຊາດປອດຢາສູບ 25 – 31 ພຶດສະພາ, ດ້ວຍຫົວຂໍ້ວ່າ “ປົກປ້ອງຊາວໜຸ່ມເຍົາວະຊົນ ໃຫ້ຫຼຸດພົ້ນອອກຈາກຜົນກະທົບຂອງເລື່ອງໂຄສະນາບັນດາຜະລິດຕະພັນຢາສູບ ແລະ ສູບຢາ”. ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ນະຄອນ, ອົງການອະນາໄມໂລກ (WHO) ແລະ ນັກສຶກສາມະຫາວິທະຍາໄລແພດສາດໄດ້ເຂົ້າຮ່ວມເປັນຈຳນວນຫຼາຍ.

        ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນເຈື່ອງເຊີນ ເນັ້ນໜັກວ່າ, ໃນໂອກາດວັນໂລກປອດຢາສູບ 2020 ນີ້, ອົງການ WHO ໄດ້ເລືອກເອົາຫົວຂໍ້ “ປົກປ້ອງຊາວໜຸ່ມເຍົາວະຊົນ ໃຫ້ຫຼຸດພົ້ນອອກຈາກຜົນກະທົບຂອງເລື່ອງໂຄສະນາບັນດາຜະລິດຕະພັນຢາສູບ ແລະ ສູບຢາ” ເພື່ອແນໃສ່ໂຄສະນາໃຫ້ປະຊາຄົມຮັບຮູ້ກ່ຽວກັບຜົນຮ້າຍຂອງການສູບຢາ. ຜ່ານນັ້ນ, WHO ໄດ້ຮຽກຮ້ອງໃຫ້ບັນດາປະເທດປະຕິບັດນະໂຍບາຍຢ່າງແຮງກວ່າ ເພື່ອປົກປ້ອງປະຊາຄົມ, ພິເສດແມ່ນລຸ້ນໜຸ່ມຕໍ່ຄວາມສ່ຽງນຳໃຊ້ບັນດາຜະລິດຕະພັນຢາສູບ, ລວມທັງຢາສູບທຳມະດາ ກໍຄືຢາສູບເອເລັກໂຕນິກ.

        ເນື່ອງໃນໂອກາດນີ້, ໂດຍຕາງໜ້າໃຫ້ກະຊວງສາທາລະນະສຸກ, ທ່ານຮອງລັດຖະມົນຕີ ຫງວຽນເຈື່ອງເຊີນ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງການເມືອງສັງຄົມ…. ສືບຕໍ່ຊີ້ນຳການເພີ່ມທະວີການປະຕິບັດກົດໝາຍວ່າດ້ວຍການຕ້ານຜົນຮ້າຍຈາກຢາສູບ ແລະ ຈັດຕັ້ງບັນດາການເຄື່ອນໄຫວຢ່າງແທດຈິງເພື່ອຕອບສະໜອງວັນໂລກປອດຢາສູບ.

ຕອບກັບ