ວັນບຸນບັນດາສະໂມສອນພັດທະນາກຳລັງຄວາມສາມາດຂອງເດັກນ້ອຍຄັ້ງທີ 3

Chia sẻ
(VOVWORLD) -ນີ້ແມ່ນການເຄື່ອນໄຫວຂຶ້ນກັບລາຍການສຶກສາໂດຍ GNI ປະຈຳຫວຽດນາມ ຈັດຕັ້ງເປັນປະຈຳປີ ເພື່ອແນໃສ່ພັດທະນາກຳລັງຄວາມສາມາດໃຫ້ແກ່ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບັນດາແຂວງ, ນະຄອນຂອງຫວຽດນາມ.

ວັນທີ 19 ຕຸລາ, ຢູ່ແຂວງ ແທັງຮ໊ວາ, ອົງການບໍ່ຂຶ້ນກັບລັດຖະບານ Good Neighbors Internationnal (GNI) ປະຈຳຫວຽດນາມ ໄດ້ຈັດລາຍການ “ວັນບຸນບັນດາສະໂມສອນພັດທະນາກຳລັງຄວາມສາມາດຂອງເດັກນ້ອຍຄັ້ງທີ 3” ດ້ວຍຫົວຂໍ້ “ນ້ອງມີຄວາມໄຝ່ຝັນຫຍັງ”, ໂດຍມີການເຂົ້າຮ່ວມຂອງເດັກນ້ອຍເກືອບ 1.000 ຄົນ ທີ່ມາຈາກບັນດາແຂວງ ຮ່ວາບິ່ງ, ຕວຽນກວາງ, ແທັງຮ໊ວາ. ນີ້ແມ່ນການເຄື່ອນໄຫວຂຶ້ນກັບລາຍການສຶກສາໂດຍ GNI ປະຈຳຫວຽດນາມ ຈັດຕັ້ງເປັນປະຈຳປີ ເພື່ອແນໃສ່ພັດທະນາກຳລັງຄວາມສາມາດໃຫ້ແກ່ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບັນດາແຂວງ, ນະຄອນຂອງຫວຽດນາມ.

        ທ່ານນາງ ດ່າວທຽນລິ໊, ຫົວໜ້າອົງການ GNI ປະຈຳຫວຽດນາມ, ໃຫ້ຮູ້ວ່າ: ໄລ່ມາຮອດເດືອນ ກັນຍາ 2019, GNI ໄດ້ໜູນຊ່ວຍສ້າງຕັ້ງ ແລະ ຮັກສາການເຄື່ອນໄຫວຂອງ 37 ສະໂມສອນ, ດ້ວຍບັນດາຮູບແບບທີ່ອຸດົມສົມບູນຄື: ບານເຕະ, ຄະນິດສາດ, ວິຈິດສິນ, ພາສາອັງກິດ… ຜ່ານບັນດາຮູບແບບສະໂມສອນ, ພວກນ້ອງນ້ອຍໄດ້ສຳຜັດກັບລາຍການພັດທະນາກຳລັງຄວາມສາມາດ, ມຸ່ງໄປເຖິງຄວາມຍຸຕິທຳໃນການສຳຜັດກັບການສຶກສາສຳລັບບັນດາເຂດທີ່ມີເງື່ອນໄຂເສດຖະກິດປະສົບກັບຄວາມຫຍຸ້ງຍາກ.

ຕອບກັບ