“ວັນບຸນທ່ອງທ່ຽວ-ຄ່ຳຄືນກະໂທງ ນິງກ່ຽວ, ເກີນເທີ” ປີ 2020 ໄດ້ອັດລົງ

Chia sẻ
(VOVWORLD) -ວັນບຸນໄດ້ດຶງດູດນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດເຂົ້າມາຢ້ຽມຊົມກວ່າ 100.000 ຄົນ, ຄາດວ່າໄດ້ເພີ່ມຂຶ້ນ 20% ເມື່ອທຽບໃສ່ປີ 2019.

“ວັນບຸນທ່ອງທ່ຽວ-ຄ່ຳຄືນກະໂທງ ນິງກ່ຽວ, ເກີນເທີ” ປີ 2020 ໄດ້ອັດລົງ - ảnh 1 (ມີນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດເຂົ້າມາຢ້ຽມຊົມກວ່າ 100.000 ຄົນ)

ຕອນຄ່ຳວັນທີ 29 ພະຈິກ, ຢູ່ທ່າກ່ຳປັ່ນ ນິງກ່ຽວ, ນະຄອນ ເກີນເທີ, “ວັນບຸນທ່ອງທ່ຽວ-ຄ່ຳຄືນກະໂທງ ນິງກ່ຽວ, ເກີນເທີ” ຄັ້ງທີ 4, ປີ 2020 ໄດ້ອັດລົງ. ຜ່ານການຈັດຕັ້ງເປັນເວລາ 3 ວັນ (ແຕ່ວັນທີ 27 – 29 ພະຈິກ), ວັນບຸນໄດ້ດຶງດູດນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດເຂົ້າມາຢ້ຽມຊົມກວ່າ 100.000 ຄົນ, ຄາດວ່າໄດ້ເພີ່ມຂຶ້ນ 20% ເມື່ອທຽບໃສ່ປີ 2019.

        ວັນບຸນນີ້ລວມມີການເຄື່ອນໄຫວ 12 ຄັ້ງ, ໃນນັ້ນຈຸດພົ້ນເດັ່ນແມ່ນງານບຸນແສງໄຟ; ງານບຸນແຂ່ງຂັນກະໂທງ-ຮູບຈຳລອງດ້ວຍຫົວຂໍ້ “ເຕົ້າໂຮມ ແລະ ແສງສະຫວ່າງ”. ຄະນະຈັດຕັ້ງວັນບຸນໄດ້ມອບລາງວັນທີ 1 ຈຳນວນ 1 ລາງວັນ, ລາງວັນທີ 2 ຈຳນວນ 2 ລາງວັນ, ລາງວັນທີ 3 ຈຳນວນ 3 ລາງວັນ ແລະ ລາງວັນຊົມເຊີຍຈຳນວນ 47 ລາງວັນ ໃຫ້ແກ່ບັນດາຮູບຈຳລອງທີ່ໄດ້ອອກແບບເປັນເອກະລັກສະເພາະ. ທ່ານ ເຢືອງເຕີ໊ນຫຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ເກີນເທີ, ໃຫ້ຮູ້ວ່າ.

        “ງານບຸນນີ້ແມ່ນຈຸດພົ້ນເດັ່ນຂອງນະຄອນເກີນເທີ ເວົ້າລວມ ແລະ ຂອງເມືອງ ນິງກ່ຽວ ເວົ້າສະເພາະ. ນອກຈາກບັນດາການເຄື່ອນໄຫວທີ່ຄ້າຍຄືກັນກັບປີ 2019 ແລ້ວ, ປີ 2020 ມີບັນດາຈຸດພົ້ນເດັ່ນແມ່ນງານບຸນແສງສະຫວ່າງ ໄດ້ສ້າງຄວາມເພິງພໍໃຈຕໍ່ຜູ້ມາຢ້ຽມຊົມ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ພວກເຮົາກະຕຸ້ນການທ່ອງທ່ຽວຢູ່ພາຍໃນປະເທດ”

ຕອບກັບ