ວັນທີ 5 ສິງຫາ, ຫວຽດນາມ ມີຜູ້ປິ່ນປົວຫາຍດີຈາກພະຍາດໂຄວິດ - 19 ເກືອບ 9.500 ຄົນຕື່ມອີກ

Chia sẻ
(VOVWORLD) - ຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກ 2.074 ຄົນ ແລະ ມີຜູ້ປິ່ນປົວຫາຍດີເກືອບ 9.500 ຄົນ

ວັນທີ 5 ສິງຫາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ມີຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກ 2.074 ຄົນ ແລະ ມີຜູ້ປິ່ນປົວຫາຍດີເກືອບ 9.500 ຄົນ, ທົບ 5 ເທົ່າເມື່ອທຽບໃສ່ຜູ້ຕິດເຊື້ອໃໝ່. ມາຮອດປະຈຸບັນ, ຫວຽດນາມ ມີຜູ້ປິ່ນປົວຫາຍດີທັງໝົດ 9.957.655 ຄົນ.

          ຮອດຕອນບ່າຍວັນທີ 5 ສິງຫາ, ໃນທົ່ວປະເທດໄດ້ສັກວັກຊິນກັນພະຍາດໂຄວິດ - 19 ແມ່ນ 247.726.474 ໂດສ.

ຕອບກັບ