ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫ​ວຽດ​ນາມ ເປີດ​ອົງ​ການ​ຜູ້​ຕາງ​ໜ້າ ທີ 12 ປະ​ຈຳ​ປະ​ເທດ ອິນ​ໂດ​ເນ​ເຊຍ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 3 ຕຸລາ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ເປີດຕົວອົງການຜູ້ຕາງໜ້າປະຈຳ ອິນໂດເນເຊຍ ຢ່າງເປັນທາງການ.
ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫ​ວຽດ​ນາມ ເປີດ​ອົງ​ການ​ຜູ້​ຕາງ​ໜ້າ ທີ 12 ປະ​ຈຳ​ປະ​ເທດ ອິນ​ໂດ​ເນ​ເຊຍ - ảnh 1

ສະຖານທູດ ຫວຽດນາມ ແລະ ອົງການຜູ້ຕາງໜ້າ VOV ປະຈຳ ອິນໂດເນເຊຍ ຕ້ອນຮັບຄະນະປະຕິບັດງານວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ຈາກາຕາ

ອົງການຜູ້ຕາງໜ້າວິທະຍຸກະຈາຍສຽງ ຫວຽດນາມ ປະຈຳນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ ແມ່ນອົງການປະຈຳຕ່າງປະເທດທີ 12 ຂອງ ວິທະຍຸກະຈາຍສຽງ ຫວຽດນາມ, ມີໜ້າທີ່ ສະໜອງຂໍ້ມູນຂ່າວສານຢູ່ບໍລິເວນໃຫ້ແກ່ທ່ານຜູ້ຟັງ ຫວຽດນາມ ແລະ ສະໜອງຂໍ້ມູນຂ່າວສານການຕ່າງປະເທດ ໃຫ້ແກ່ທ່ານຜູ້ຟັງ, ຜູ້ຊົມຕ່າງປະເທດກ່ຽວກັບສະພາບການຂອງ ຫວຽດນາມ ໃນວິວັດການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ນີ້ແມ່ນຊ່ອງທາງໂຄສະນາການຕ່າງປະເທດ, ແນະນຳກ່ຽວກັບນະໂຍບາຍຂອງພັກ ແລະ ລັດ, ຊ່ວຍໃຫ້ຊາວອິນໂດເນເຊຍ ແລະ ພໍ່ແມ່ພີ່ນ້ອງ ຊາວຫວຽດນາມ ອາໄສຢູ່ປະເທດນີ້ເຂົ້າໃຈ ກ່ຽວກັບແນວທາງ, ນະໂຍບາຍຂອງພັກ ແລະ ລັດ ຫວຽດນາມຢ່າງຈະແຈ້ງກ່ວາ.

ເລື່ອງວິທະຍຸກະຈາຍສຽງ ຫວຽດນາມ ເປີດອົງການຜູ້ຕາງໜ້າປະຈຳ ອິນໂດເນເຊຍ ຈະປະກອບສ່ວນເຊື່ອມຕໍ່ຄື້ນຂອງວິທະຍຸກະຈາຍສຽງຫວຽດນາມ, ແຜ່ຂະຫຍາຍຂໍ້ມູນຂ່າວສານກ່ຽວກັບ ຫວຽດນາມກໍ່ຄື ອິນໂດເນເຊຍ, ປະກອບສ່ວນພ້ອມກັບບັນດາອົງການສື່ມວນຊົນຕ່າງໆຂອງສອງປະເທດ ໃຫ້ຂ່າວ, ໂຄສະນາຊຸກຍູ້ການພົວພັນຍຸດທະສາດລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ.

ຕອບກັບ