ວິຊາພາສາສາດ ແລະ ວັດທະນະທໍາຫວຽດນາມ ຖືກນໍາເຂົ້າຫຼັກສູດການສອນຢູ່ມະຫາວິທະຍາໄລ Montpellier ຢ່າງເປັນທາງການ

Chia sẻ
(VOVWORLD) - ຕາມນັກຂ່າວຂອງ ວິທະຍຸກະຈາຍສຽງຫວຽດນາມ ປະຈໍາ ຝລັ່ງ, ພາສາຫວຽດ ໄດ້ຮັບຖືວ່າ ແມ່ນພາສາທີ່ບໍ່ເຄີຍນໍາເຂົ້າຫຼັກສູດການສອນ ແລະ ພຽງແຕ່ໄດ້ນໍາມາສອນຢູ່ບາງສະຖາບັນຄົ້ນຄວ້າ ຫຼື ມະຫາວິທະຍາໄລ ບາງແຫ່ງຢູ່ບັນດານະຄອນໃຫຍ່ຄື ປາຣີ ແລະ Bordeaux ເທົ່ານັ້ນ. 

       ນີ້ແມ່ນຄັ້ງທໍາອິດ ຢູ່ເຂດ Occitanie ພາກໃຕ້ ປະເທດ ຝລັ່ງ, ໃບປະກາດສະນິຍະບັດປະລິນຍາຕີ ກ່ຽວກັບພາສາ ແລະ ວັດທະນະທໍາຫວຽດນາມ ຫາກໍໄດ້ເປີດຕົວຢ່າງເປັນທາງການ. ນີ້ແມ່ນບາດກ້າວພັດທະນາໃໝ່ໃນການຮ່ວມມືລະຫວ່າງ ມະຫາວິທະຍາໄລ Paul – Valery Montpellier 3 ແລະ ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ. ຕາມທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຝລັ່ງ ຫງວຽນທຽບ ແລ້ວ, ເຫດການດັ່ງກ່າວ ມີຄວາມໝາຍຢ່າງໃຫຍ່ຫຼວງ ແລະ ມີລັກສະນະບຸກທະລຸ, ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ:

        “ລາຍການດັ່ງກ່າວ ມີຄວາມໝາຍໃຫຍ່ຫຼວງທີ່ສຸດ, ອັນໄດ້ບໍາລຸງສ້າງນັກຄົ້ນຄວ້າໜຸ່ມລຸ້ນໃໝ່ຂອງ ຝລັ່ງກ່ຽວກັບ ຫວຽດນາມ. ນັກຄົ້ນຄວ້າລຸ້ນນີ້  ແມ່ນຜູ້ຄົນທີ່ສ້າງພື້ນຖານໃຫ້ແກ່ການພົວພັນແລກປ່ຽນລະຫວ່າງສອງປະເທດຊາດ.”

        ປັດຈຸບັນ, ມີນັກສໍາມະນາກອນຝລັ່ງ ປະມານ 20 ຄົນ ໄດ້ຈົດຊື່ເຂົ້າຮ່ວມຊຸດຮຽນທໍາອິດເພື່ອຮັບໃບປະກາດສະນິຍະບັດປະລິນຍາຕີ ກ່ຽວກັບພາສາ ແລະ ວັດທະນະທໍາຫວຽດນາມ. ເວລາທັງໝົດຂອງຊຸດຮຽນ ຈະແກ່ຍາວໃນໄລຍະ 01 ປີ, ຫຼັງຈາກນັ້ນ ຄາດວ່າ ຈະເພີ່ມເວລາຂຶ້ນເປັນ 2 ປີ. ໃນປີທີ 2, ບັນດານັກສໍາມະນາກອນ ຝລັ່ງ ຈະມີໂອກາດມາສຶກສາ, ຮໍ່າຮຽນ ແລະ ເຮັດວຽກຢູ່ຫວຽດນາມ ເພື່ອໃຫ້ການບໍາລຸງສ້າງບັນລຸໄດ້ປະສິດທິຜົນສູງສຸດ.

ຮວິ່ງດຽບ - ນັກຂ່າວ VOV ປະຈໍາ ປາຣີ


ຕອບກັບ