ວົງ​ການ​ນັກ​ຊ່ຽວ​ຊານ, ນັກ​ຮຽນ​ຮູ້ ເຊັກ​ໂກ ຕີ​ລາ​ຄາ​ສູງ​ຕໍ​່​ບົດ​ປາ​ໄສ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຢູ່ ສ​ປ​ຊ

Chia sẻ
(VOVWORLD) -
ວົງ​ການ​ນັກ​ຊ່ຽວ​ຊານ, ນັກ​ຮຽນ​ຮູ້ ເຊັກ​ໂກ ຕີ​ລາ​ຄາ​ສູງ​ຕໍ​່​ບົດ​ປາ​ໄສ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຢູ່ ສ​ປ​ຊ - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ກ່າວປາໄສໃນກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 76 (ພາບ: TTXVN)

ວົງການນັກຊ່ຽວຊານ, ນັກຮຽນຮູ້ ເຊັກໂກ ຕີລາຄາສູງຕໍ່ບັນດາເນື້ອໃນໃນບົດກ່າວປາໄສຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໃນກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 76, ໂດຍສະເພາະແມ່ນບັນດາຂໍ້ລິເລີ່ມ ແລະ ຂໍ້ສະເໜີແນະຂອງ ຫວຽດນາມ ໃນວາລະປຶກສາຫາລືລວມຂັ້ນສູງ ຂອງ ສະມັດຊາໃຫຍ່ ກ່ຽວກັບຫົວຂໍ້ ມຸ່ງໄປເຖິງການຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19 ແລະ ໃນວາລະປຶກສາຫາລືຂັ້ນສູງ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບຄວາມໝັ້ນຄົງຂອງດິນຟ້າອາກາດ.

ທ່ານປະລິນຍາເອກ Takashi Hosoda, ນັກຊ່ຽວຊານຄົ້ນຄວ້າກ່ຽວກັບນະໂຍບາຍການຕ່າງປະເທດຂອງ ຫວຽດນາມ ແລະ ພາກພື້ນ ອາຊີ - ປາຊີຟິກ ສັງກັດມະຫາວິທະຍາໄລສັງລວມ Charles ໄດ້ໃຫ້ຂໍ້ສັງເກດວ່າ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີບົດກ່າວປາໄສຢ່າງເລິກເຊິ່ງໃນວາລະປຶກສາຫາລືລວມຂັ້ນສູງຂອງ ກອງປະຊຸມສະມັດຊາໃຫຍ່ ສປຊ. ບົດກ່າວປາໄສດັ່ງກ່າວ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງ ແລະ ຍົກສູງຄວາມສຳຄັນຂອງການເພີ່ມທະວີການຮ່ວມມືຫຼາຍຝ່າຍໃນການຮັບມືກັບສິ່ງທ້າທາຍທົ່ວໂລກ. ສິ່ງດັ່ງກ່າວແມ່ນແທດເໝາະກັບທ່າອ່ຽງການເຄື່ອນໄຫວຫຼາຍຂົ້ວຂອງໂລກໃນປັດຈຸບັນ, ຊ່ວຍຫວຽດນາມ ຮັກສານະໂຍບາຍການຕ່າງປະເທດຫຼາຍຝ່າຍ ແລະ ຫຼາຍຂັ້ນ, ພ້ອມທັງປະກອບສ່ວນເຂົ້າໃນການສ້າງສະຖຽນລະພາບຂອງພາກພື້ນ ແລະ ໂລກ.

ໃນຂະນະນັ້ນ, ທ່ານສາດສະດາຈານ Jan Hornat, ນັກຊ່ຽວຊານ ມະຫາສະໝຸດອິນເດຍ - ປາຊີຟິກ ຢູ່ ມະຫາວິທະຍາໄລສັງລວມ Charles ໃຫ້ຂໍ້ສັງເກດກວ່າ, ບົດກ່າວປາໄສຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນສະມາຊິກທີ່ເປັນແບບຢ່າງມີຄວາມຮັບຜິດຊອບຂອງ ສປຊ, ຕັ້ງໜ້າເຂົ້າຮ່ວມ ແລະ ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມເພື່ອຮັບມືກັບສິ່ງທ້າທາຍທົ່ວໂລກຂອງປະຊາຄົມສາກົນ. /.

ຕອບກັບ