ລາວ: ມີ​ຜູ້​ຕິດ​ພະ​ຍາດ​ໄຂ້​ເລືອດ​ອອກ ເກືອບ 6400 ຄົນ ໃນ​ນັ້ນ​ມີຜູ້​ເສຍ​ຊີ​ວິດ 11 ຄົນ

Chia sẻ
(VOVWORLD) - ປີກາຍນີ້, ລາວຢັ້ງຢືນມີຜູ້ຕິດພະຍາດໄຂ້ເລືອກອອກ 39.000 ຄົນໃນນັ້ນມີ ຜູ້ເສຍຊີວິດກ່ວາ 70 ຄົນ.
ລາວ: ມີ​ຜູ້​ຕິດ​ພະ​ຍາດ​ໄຂ້​ເລືອດ​ອອກ ເກືອບ 6400 ຄົນ ໃນ​ນັ້ນ​ມີຜູ້​ເສຍ​ຊີ​ວິດ 11 ຄົນ - ảnh 1ພາບປະກອບ 

ກົມຄວບຄຸມພະຍາດຕິດແປດ ຂຶ້ນກັບກະຊວງສາທາລະນະສຸກລາວ ໃຫ້ຮູ້ວ່າ: ມີຜູ້ຕິດພະຍາດ ໄຂ້ເລືອກອອກ ເກືອບ 6400 ຄົນ ຢູ່ຫຼາຍທ້ອງຖິ່ນ ໃນນັ້ນມີຜູ້ເສຍຊີວິດ 11 ຄົນ. ນະຄອນຫຼວງວຽງຈັນ ຍັງຄົງແມ່ນທ້ອງຖິ່ນທີ່ພົບຈຳນວນຜູ້ຕິດພະຍາດໄຂ້ເລືອກອອກຫຼາຍທີ່ສຸດ, ດ້ວຍ ຜູ້ຕິດພະຍາດຫຼາຍກ່ວາ 1500 ຄົນໃນນັ້ນມີ ຜູ້ເສຍຊີວິດ 4 ຄົນ, ແຂວງບໍລິຄຳໄຊມີຜູ້ຕິດພະຍາດ 725 ຄົນໃນນັ້ນຜູ້ເສຍຊີວິດ 2 ຄົນ…

ຂະແໜງສາທາລະນະສຸກ ລາວສົມທົບກັບອຳນາດການປົກຄອງບັນດາທ້ອງຖິ່ນ ຍູ້ແຮງການເຜີຍແຜ່ໂຄສະນາ, ແນະນຳປະຊາຊົນປະຕິບັດບັນດາມາດຕະການປ້ອງກັນ, ຕ້ານພະຍາດໄຂ້ເລືອກອອກ, ບັນດາໝູ່ຄະນະມະຫາຊົນ, ວັດໄດ້ຮັບການລະດົມພ້ອມກັບປະຊາຊົນ ຈັດຕັ້ງການທຳຄວາມສະອາດ, ທຳລາຍບັນດາແຫຼ່ງຕິດຕໍ່ພະຍາດ, ສະກັດກັ້ນການຂະຫຍາຍຂອງໜອນຍຸງລາຍ.

ປີກາຍນີ້, ລາວຢັ້ງຢືນມີຜູ້ຕິດພະຍາດໄຂ້ເລືອກອອກ 39.000 ຄົນໃນນັ້ນມີ ຜູ້ເສຍຊີວິດກ່ວາ 70 ຄົນ.

ຕອບກັບ