ລາວ ຕີ​ລາ​ຄາ​ສູງ​ຕໍ່​ການ​ຊ່ວຍ​ເຫຼືອ​ຂອງ​ຄະ​ນະ​ນັກ​ຊ່ຽວ​ຊານ​ດ້ານ​ສາ​ທາ​ລະ​ນະ​ສຸກ ຂອງ ຫວຽດ​ນາມ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 23 ພຶດສະພາ ຢູ່ສຳນັກງານກະຊວງສາທາລະນະສຸກ ລາວ ນະຄອນຫຼວງ ວຽງຈັນ ໄດ້ດຳເນີນພິທີສະຫຼຸບ, ຈາລຶກບຸນຄຸນ ແລະ ມອບໃບຍ້ອງຍໍໃຫ້ແກ່ຄະນະນັກຊ່ຽວຊານດ້ານສາທາລະນະສຸກຂອງ ຫວຽດນາມ ພາຍຫຼັງເດີນທາງມາໃຫ້ການຊ່ວຍເຫຼືອ ລາວ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ມາເປັນໄລຍະໜຶ່ງ.
ລາວ ຕີ​ລາ​ຄາ​ສູງ​ຕໍ່​ການ​ຊ່ວຍ​ເຫຼືອ​ຂອງ​ຄະ​ນະ​ນັກ​ຊ່ຽວ​ຊານ​ດ້ານ​ສາ​ທາ​ລະ​ນະ​ສຸກ ຂອງ ຫວຽດ​ນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ລາວ ກິແກ້ວ ໄຂຄຳພິທຸນ ຖ່າຍຮູບເປັນທີ່ລະນຶກກັບຄະນະນັກຊ່ຽວຊານ ຫວຽດນາມ (ພາບ: TTXVN)

  ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ລາວ ກິແກ້ວ ໄຂຄຳພິທຸນ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງທັນການ ແລະ ມີປະສິດທິຜົນຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໂດຍບໍ່ພຽງແຕ່ໃຫ້ການໜູນຊ່ວຍທາງດ້ານການເງິນ ແລະ ວັດຖຸອຸປະກອນການແພດໃຫ້ແກ່ ລາວ ເທົ່ານັ້ນ, ຫາກຍັງສົ່ງຄະນະນັກຊ່ຽວຊານມາຊ່ວຍ ລາວ ໃນໄລຍະເວລາ ທີ່ລາວ ພວມປະເຊີນໜ້າກັບການແຜ່ລະບາດຮອບໃໝ່ຂອງໂລກລະບາດໂຄວິດ - 19 ຢ່າງຮ້າຍແຮງ. ນີ້ແມ່ນການກະທຳທີ່ມີຊີວິດຊີວາຂອງການພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດທີ່ນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ໂດຍຕາງໜ້າໃຫ້ແກ່ພັກ, ລັດ ແລະ ປະຊາຊົນ ລາວ, ທ່ານຮອງນາຍົກລັດຖະມົນຕີ ກິແກ້ວ ໄຂຄຳພິທຸນ ໄດ້ສະແດງຄວາມຂອບອົກຂອບໃຈອັນຈິງໃຈຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ຍາມໃດກໍຮຽງບ່າຮຽງໄຫຼ່, ເອົາໃຈໃສ່ ແລະ ໃຫ້ການຊ່ວຍເຫຼືອທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ມີປະສິດທິຜົນໃຫ້ແກ່ ພັກ, ລັດ ແລະປະຊາຊົນ ລາວ; ທ່ານກໍເຊື່ອໝັ້ນວ່າ ການພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ, ຫວຽດນາມ - ລາວ ຈະສືບຕໍ່ໄດ້ຮັບການປັບປຸງ ແລະ ນັບມື້ນັບເກີດດອກອອກຜົນ.

        ເພື່ອເປັນການສະແດງຄວາມຮັບຮູ້ຕໍ່ການປະກອບສ່ວນຂອງຄະນະນັກຊ່ຽວຊານດ້ານສາທາລະນະສຸກຂອງ ຫວຽດນາມ, ຕາງໜ້າກະຊວງສາທາລະນະສຸກ ລາວ , ທ່ານລັດຖະມົນຕີກະຊວງສາທາລະນະສຸກ ລາວ ບຸນແຝງ ພຸມມະໄລສິດ ໄດ້ມອບໃບຍ້ອງຍໍໃຫ້ແກ່ບັນດາສະມາຊິກໃນຄະນະ ທີ່ໄດ້ມີການປະກອບສ່ວນເຂົ້າໃນການຊ່ວຍເຫຼືອ ລາວ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນຊຸມວັນຜ່ານມາ.

ຕອບກັບ