ລາຍການສະແດງສີລະປະວັນນະຄະດີຮັບໃຊ້ປະຊາຄົມຊາວຫວຽດນາມ ຢູ່ສະຫະພັນລັດເຊຍ

Chia sẻ
ໃນ​ຄໍ່າ​ຄືນ​ວັນ​ທີ 15 ​ແລະ 16/06, ມີ​ລາຍການ​ເພງ​ໃຫຍ່ 2 ຄັ້ງ ​ເຊິ່ງບັນດາ​ນັກ​ສີ​ລະ​ປີນ​ຫວຽດນາມ ສະ​ແດງ​ຢູ່​ນະຄອນຫຼວງ ມົດສກູ, ສະຫະພັນ​ລັດ​ເຊ​ຍ. ລາຍການ​ເພງ “ຫວຽດນາມ​ ​ໃນ​ດວງ​ໃຈ​ຂອງ​ເຮົາ” ຄັ້ງ​ທີ 2
ລາຍການສະແດງສີລະປະວັນນະຄະດີຮັບໃຊ້ປະຊາຄົມຊາວຫວຽດນາມ ຢູ່ສະຫະພັນລັດເຊຍ - ảnh 1
(ລາຍການ​ເພງ “ຫວຽດນາມ​ ​ໃນ​ດວງ​ໃຈ​ຂອງ​ເຮົາ”)

(vovworld) - ​ໃນ​ຄໍ່າ​ຄືນ​ວັນ​ທີ 15 ​ແລະ 16/06, ມີ​ລາຍການ​ເພງ​ໃຫຍ່ 2 ຄັ້ງ ​ເຊິ່ງບັນດາ​ນັກ​ສີ​ລະ​ປີນ​ຫວຽດນາມ ສະ​ແດງ​ຢູ່​ນະຄອນຫຼວງ ມົດສກູ, ສະຫະພັນ​ລັດ​ເຊ​ຍ. ລາຍການ​ເພງ “ຫວຽດນາມ​ ​ໃນ​ດວງ​ໃຈ​ຂອງ​ເຮົາ” ຄັ້ງ​ທີ 2 ​ແລະ ລາຍການເພງ “ຂ້ອຍ​ຮັກ​ຫວຽດນາມ” ​ເປັນຄັ້ງ​ທຳ​ອິດ​ທີ່ຈັດຂຶ້ນ ​ໄດ້​ນຳ​ມາ​​ໃຫ້​ຜູ້​ຊົມ​​ເຊິ່ງແມ່ນ​ພໍ່​ແມ່​ພີ​ນ້ອງ​ທີ່​ຫ່າງ​ຈາກ​ບ້າ​ດ​ເກີດ​ເມືອງ​ນອນ​ບັນດາ​ບົດ​ເພງ, ທຳນອງດົນຕີ​ຖື​ສີສັນ​ບ້ານ​ເກີດ​ເມືອງ​ນອນ. ພໍ່​ແມ່​ປະຊາຊົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ສະຫະພັນ​ລັດ​ເຊຍ ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ພ້ອມ​ກັນ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ອາຫານ​ການ​ກິນ​ກ່ອນ​ທີ່​ຈະ​ທຳ​ການ​ສະ​ແດງ. ​ເນື່ອງ​ໃນ​ໂອ​ກາດນີ້, ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ສະຫະພັນ​ລັດ​ເຊຍ ​ສືບ​ຕໍ່​ປຸກລະດົມ​ຂະ​ບວນການ​ສະ​ໜູ​ບສະ​ໜູນ​ເງິນ​ໃຫ້​ແກ່​ກອງ​ທຶນ “ຫົວ​ໃຈ​ໃຫ້​ນ້ອງ” ​ໂດຍ​​ສະຖານ​ນີ​ໂທລະພາບ​ຫວຽດນາມ ​ເປັນ​ເຈົ້າ​ການຈັດ​ຕັ້ງ​ໃນ​ຫຼາຍ​ປີຜ່ານມາ.