ລາຍການດົນຕີປະສານສຽງລະນຶກ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ-ອີຕາລີ

Chia sẻ

ລາຍການ​​ດົນຕີ​ປະສານ​ສຽງ ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ຫວຽດນາມ-​ອີ​ຕາ​ລີ

ລາຍການດົນຕີປະສານສຽງລະນຶກ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ-ອີຕາລີ - ảnh 1
(ພາບ​ປະກ​ອບ:
sukientrongnuoc.vn)

(vovworld)-​ ສູນ​ຈັດຕັ້ງການສະ​ແດງ​ສິລະ​ປະ (ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ) ​ໃຫ້​ຮູ້​ວ່າ: ລາຍການ​ດົນຕີ​ປະສານ​ສຽງ ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 40  ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ຫວຽດນາມ-​ອີ​ຕາ​ລີ ຈະ​ດຳ​ເນີນ​ໄປ​ຢູ່​ໂຮງ​ລະຄອນ​ໃຫ່ຍຮ່າ​ໂນ້ຍ ​ໃນ​ວັນ​ທີ 21/3 ຈະ​ມາ​ເຖິງ. ວົງ​ດົນຕີ​ປະສານ​ສຽງ I Solisti Veneti ທີ່​ມີ​ຊື່​ສຽງຂອງ​ອີ​ຕາ​ລີ ຈະ​ສະ​ແດງ​ໃນ​ຄືນ​ດຽວ ​ເພື່ອ​ຂ່ຳນັບ​ຊົມ​ເຊີຍ 40  ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ຫວຽດນາມ-​ອີ​ຕາ​ລີ. I Solisti Veneti ​ແມ່ນວົງດົນຕີ​ປະສານ​ສຽງທີ່​ມີ​ຊື່​ສຽງ​ກ່ວາ​ໝູ່​ຢູ່​ອີ​ຕາ​ລີ ​ແລະ ສາກົນ ຊື່​ງ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນນັບ​ແຕ່​ປີ 1959. ​ໃນ​ຕະະຫຼອດ 55 ປີ​ແຫ່ງການ​ເຄື່ອນ​ໄຫວ​​, I Solisti Veneti ​ໄດ້​ນຳ​ດົນຕີ​ອີ​ຕາ​ລີ ອອກ​ສູ່​ໂລກ ​ແລະ ​ໄດ້​ສະ​ແດງ​​ດົນຕີ​ປະສານ​ສຽງກ່ວາ 5000 ຄັ້ງ ຢູ້​ເກືອບ 90 ປະ​ເທດ.