ລະ​ດົມ​ກຳ​ລັງ​ແຮງ​ໜຸ່ມ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ

Chia sẻ
(VOVWORLD) - ໜຶ່ງໃນບັນດາເນື້ອໃນຂອງມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ ນັ້ນແມ່ນ ເສີມຂະຫຍາຍປັດໄຈມະນຸດຢ່າງສຸດຂີດ; ຖືມະນຸດເປັນໃຈກາງ, ເປັນເຈົ້າກຳ, ແມ່ນແຫຼ່ງກຳລັງຕົ້ນຕໍ ແລະ ເປົ້າໝາຍຂອງການພັດທະນາ. ເພື່ອນຳປະເທດຊາດກ້າວເຂົ້າສູ່ໄລຍະພັດທະນາໃໝ່ນັ້ນ ຖັນແຖວຊາວໜຸ່ມຕ້ອງເສີມຂະຫຍາຍນ້ຳໃຈສາມັກຄີ, ຄວາມສາມາດຮຽນດ້ວຍຕົນເອງ ແລະ ມີຫົວຄິດປະດິດສ້າງ.
ລະ​ດົມ​ກຳ​ລັງ​ແຮງ​ໜຸ່ມ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ - ảnh 1(ພາບປະກອບ: tuyengiao.vn)

ໂດຍເປັນນັກສຶກສາປີສຸດທ້າຍຂອງສະຖາບັນທະນາຄານ ແລະ ເຂົ້າເປັນສະມາຊິກພັກໄດ້ 2 ປີ, ທ້າວ ໂດ໊ງອກດັງ ຖືວ່າ ພັກກອມມູນິດ ຫວຽດນາມ ໄດ້ວາງອອກບັນດາກຳນົດທິດພັດທະນາເສດຖະກິດ - ສັງຄົມ, ໃນນັ້ນ ໄດ້ເອົາໃຈໃສ່ເຖິງການພັດທະນາແຫຼ່ງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ.

        “ແຜນນະໂຍບາຍຂອງພັກ, ລັດ ແມ່ນສຸມໃສ່ການພັດທະນາແຫຼ່ງຊັບພະຍາກອນມະນຸດໜຸ່ມ, ແຫຼ່ງຊັບພະຍາກອນມະນຸດລຸ້ນໃໝ່. ນ້ອງຫວັງວ່າ ພັກ, ລັດ ຈະມີຫຼາຍນະໂຍບາຍກວ່າອີກ ເພື່ອບຳລຸງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ຢູ່ມະຫາວິທະຍາໄລແຫ່ງຕ່າງໆ ແລະ ບຳລຸງສ້າງເພີ່ມເຕີມກ່ຽວກັບທິດທາງການຄົ້ນຄວ້າ, ສ້າງຮູບແບບຕ່າງໆໃຫ້ຊາວໜຸ່ມປະດິດຄິດສ້າງ, ເລີ່ມດຳເນີນທຸລະກິດ; ສ້າງຫຼັກສູດການສຶກສາຂັ້ນມະຫາວິທະຍາໄລໃໝ່ເພື່ອສາມາດສຳຜັດໄດ້ເຖິງບັນດາທ່າອ່ຽງໃໝ່ຂອງໂລກ.”

        ນາງ ຫວຽນແອັງທູ ຫາກໍຮຽນຈົບ ມະຫາວິທະຍາໄລກົດໝາຍ ຮ່າໂນ້ຍ ຢັ້ງຢືນວ່າ ໃນຊຸມປີຜ່ານມາ, ພັກ, ລັດ ຫວຽດນາມ ຍາມໃດກໍກຳນົດວ່າ ວິທະຍາສາດ - ເຕັກໂນໂລຢີ ມີບົດບາດສຳຄັນໃນວິວັດການພັດທະນາເສດຖະກິດ - ສັງຄົມ, ພ້ອມທັງມີການເຄື່ອນໄຫວຫຼາຍຢ່າງເພື່ອຊຸກຍູ້ການປ່ຽນແປງໃໝ່, ປະດິດຄິດສ້າງ. ເພາະສະນັ້ນ, ນັກສຶກສາທີ່ຫາກໍຮຽນຈົບ ມີຄວາມເຊື່ອໝັ້ນຕໍ່ນະໂຍບາຍເສີມຂະຫຍາຍກຳລັງບົ່ມຊ້ອນ, ປຸກລຸກຂອງໄຝ່ຝັນປະດິດຄິດສ້າງຂອງໄວໜຸ່ມ ຫວຽດນາມ, ຊ່ວຍເຫຼືອຊາວໜຸ່ມປະຕິບັດແນວຄວາມຄິດຂອງເຂົາເຈົ້າ. 

ຕອບກັບ