ລັດເຊຍປາດຖະໜາຢາກພັດທະນາການພົວພັນຄູ່ຮ່ວມມືກັບທຸກໆປະເທດ

Chia sẻ
(VOVWORLD) -ວັນທີ 03 ມິຖຸນາ, ເມື່ອຕອບສຳພາດລາຍການໜຶ່ງໃນຊ່ອງໂທລະພາບ RT, ໂຄສົກວັງ Kremlin ທ່ານ Dmitry Peskov ໄດ້ຢືນຢັນຫຼັກໝັ້ນຂອງລັດເຊຍ ແມ່ນປາດຖະໜາຢາກພັດທະນາການພົວພັນຄູ່ຮ່ວມມືກັບທຸກໆປະເທດ.

ຕາມທ່ານ Peskov ແລ້ວ, ເຖິງວ່າວົງເງິນການຄ້າລັດເຊຍ - ຈີນ ໄດ້ຮັບການເຕີບໂຕຢ່າງຕໍ່ເນື່ອງກໍ່ຕາມ, ແຕ່ສະຫະພາບເອີລົບ (ອີຢູ) ຍັງແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ກວ່າໝູ່ຂອງລັດເຊຍ. ທ່ານ Peskov ເນັ້ນໜັກວ່າ, ທຸກນະໂຍບາຍຂອງລັດເຊຍ, ກໍ່ຄືການເຄື່ອນໄຫວດ້ານການເມືອງ, ການຕ່າງປະເທດ ຫຼື ເສດຖະກິດຂອງປະເທດນີ້ ລ້ວນແຕ່ “ມຸ່ງໄປເຖິງທັງທິດຕາເວັນອອກ ແລະ ຕາເວັນຕົກ”.

        ເມື່ອເຕື້ອງເຖິງການພົວພັນລະຫວ່າງອາເມລິກາ ແລະ ລັດເຊຍ, ທ່ານ Peskov ໃຫ້ຮູ້ວ່າ, ປະຈຸບັນ ວໍຊິງຕັນ ຍັງບໍ່ທັນກຽມພ້ອມຊຸກຍູ້ການເຈລະຈາກັບມົດສະກູ, ເຖິງວ່າ ມົດສະກູ ສະແດງໃຫ້ເຫັນເຈດຕະນາດີໃນການປັບປຸງການພົວພັນ 2 ຝ່າຍ. ທ່ານ Peskov ຍັງໃຫ້ຮູ້ຕື່ມອີກວ່າ, ແງ່ຫວັງກ່ຽວກັບການພົບປະລະຫວ່າງທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ຄູ່ຮ່ວມຕຳແໜ່ງອາເມລິກາ Donald Trump ຢູ່ນອກກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ໃນທ້າຍເດືອນມິຖຸນາ ປະຈຸບັນຍັງບໍ່ເປັນທີ່ຈະແຈ້ງເທື່ອ.

ຕອບກັບ