ລັດ​ເຊຍ ຮຽກຮ້ອງ ອາ​ເມ​ລິ​ກາ ​ເຈລະຈາ​ກ່ຽວກັບ​ການ​ຄວບ​ຄຸມ​ອາວຸດ​ທົ່ວ​ໂລກ

Chia sẻ
(VOVWORLD) -  ກ່າວຄໍາເຫັນທີ່ກອງປະຊຸມກ່ຽວກັບການຫຼຸດຜ່ອນກໍາລັງທັບ ຢູ່ ເຊີແນວ, ປະເທດ ສະວິດ ທີ່ໄດ້ຈັດຂຶ້ນໃນວັນທີ 25 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ຮຽກຮ້ອງໃຫ້ ອາເມລິກາ ເຊື່ອມຕໍ່ການເຈລະຈາກ່ຽວກັບການສະກັດກັ້ນການແຜ່ຂະຫຍາຍອາວຸດນິວເຄຼຍ ແລະ ຜັນຂະຫຍາຍອາວຸດໃນຮ່ວງອາວະກາດ.
ລັດ​ເຊຍ ຮຽກຮ້ອງ ອາ​ເມ​ລິ​ກາ ​ເຈລະຈາ​ກ່ຽວກັບ​ການ​ຄວບ​ຄຸມ​ອາວຸດ​ທົ່ວ​ໂລກ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov (ພາບ: TTXVN)

       ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ ຖືວ່າ ອາເມລິກາ ພວມເດີນຕາມນະໂຍບາຍການຕ່າງປະເທດ ທີ່ເຮັດໃຫ້ເສຍຄຸນຄ່າຂອງຂໍ້ຕົກລົງວ່າດ້ວຍການຄວບຄຸມອາວຸດທົ່ວໂລກສະບັບຕ່າງໆ ແລະ ເຮັດໃຫ້ໂລກຕ້ອງປະເຊີນໜ້າກັບການ “ກັບຄືນສູ່ທ່າອ່ຽງທີ່ອັນຕະລາຍ”.

        ທ່ານກໍເນັ້ນໜັກວ່າ ພາຍຫຼັງຖືກຕົກເຂົ້າສູ່ສະພາບຈົນຕາແຈມາເປັນເວລາກວ່າ 1 ທົດສະວັດ, ສິ່ງທີ່ຈໍາເປັນທີ່ສຸດໃນປັດຈຸບັນ ແມ່ນ ຕ້ອງມີສົນທິສັນຍາ ຈຶ່ງສາມາດສະກັດກັ້ນການເຄື່ອນໄຫວຜັນຂະຫຍາຍອາວຸດໃນຮ່ວງອາວະກາດ. ມົດສະກູ ເຊື່່ອໝັ້ນວ່າ ປັດຈຸບັນ ແມ່ນຍັງທັນຢູ່ ເພື່ອສະກັດກັ້ນການປະທະກັນໃນຮ່ວງອາວະກາດ ແລະ ຮຽກຮ້ອງໃຫ້ດໍາເນີນບັນດາການເຈລະຈາຮອບດ້ານ ເພື່ອມຸ່ງໄປເຖິງການບັນລຸໄດ້ສົນທິສັນຍາວ່າດ້ວຍການສະກັດກັ້ນການຜັນຂະຫຍາຍອາວຸດການທະຫານປະເພດຕ່າງໆໃນຮ່ວງອາວະກາດ.


ຕອບກັບ