ລັດຖະມົນຕີກະຊວງຕຳຫຼວດຫວຽດນາມໂຕເລິມໄປຢ້ຽມຢາມແລະເຮັດວຽກຢູ່ແຂວງຄຳມ່ວນ

ເວິນທຽງ - ດັ້ງຖຸ່ຍ, ນັກຂ່າວ VOV ປະຈຳລາວ
Chia sẻ
(VOVWORLD) -ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ແລະ ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຄຳມ່ວນ.

ລັດຖະມົນຕີກະຊວງຕຳຫຼວດຫວຽດນາມໂຕເລິມໄປຢ້ຽມຢາມແລະເຮັດວຽກຢູ່ແຂວງຄຳມ່ວນ - ảnh 1(ທ່ານລັດຖະມົນຕີ ໂຕເລິມ ແລະ ຄະນະປະຕິບັດງານ

ຢ້ຽມຢາມເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ບ້ານຊຽງວາງ)

ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ວັນທີ 11 ກຸມພາ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ແລະ ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຄຳມ່ວນ. ນະທີ່ນີ້, ທ່ານລັດຖະມົນຕີ ໂຕເລິມ ແລະ ຄະນະປະຕິບັດງານໄດ້ໄປຢ້ຽມຢາມເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ບ້ານຊຽງວາງ, ເມືອງ ໜອງບົກ, ເຊິ່ງແມ່ນເຂດເກັບຮັກສາບັນດາພາບຖ່າຍ, ວັດຖຸພັນທ່ີກ່ຽວຂ້ອງເຖິງປະທານໂຮ່ຈີມິນ ໃນໄລຍະເຄື່ອນໄຫວປະຕິວັດຢູ່ລາວ ກ່ອນທີ່ສ້າງຕັ້ງພັກ, ທ່ານລັດຖະມົນຕີ ໂຕເລິມ ຢືນຢັນວ່າ ເຂດອະນຸສອນສະຖານປະທານໂຮ່ຈີມິນ ໄດ້ຮັບການກໍ່ສ້າງຢູ່ທີ່ນີ້ແມ່ນສັນຍາລັກທາງດ້ານຈິດໃຈສາມັກຄີກັນສູ້ຮົບ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງ 2 ຊາດຫວຽດນາມ - ລາວ ເຊິ່ງປະທານໂຮ່ຈີມິນ ແລະ ປະທານສຸພານຸວົງ, ປະທານໄກສອນ ພົມວິຫານ ກໍ່ຕັ້ງ ແລະ ເພີ່ມພູມຄຸນສ້າງ.

          ເມື່ອພົບປະກັບພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ທີ່ນີ້, ທ່ານລັດຖະມົນຕີ ໂຕເລິມ ສະເໜີໃຫ້ພໍ່ແມ່ປະຊາຊົນສືບຕໍ່ສາມັກຄີກັນ, ຊ່ວຍເຫຼືອເຊິ່ງກັນແລະກັນໃນການພັດທະນາເສດຖະກິດ, ສ້າງຊີວິດການເປັນຢູ່ໃຫ້ນັບມື້ນັບອີ່ມໜຳສຳລານ ແລະ ຜາສຸກ; ເພີ່ມທະວີການສອນ ແລະ ຮຽນພາສາຫວຽດໃຫ້ລຸ້ນໜຸ່ມ, ປະກອບສ່ວນປົກປັກຮັກສາມູນເຊື້ອວັດທະນະທຳຂອງຊາດຫວຽດນາມ; ດຳລົງຊີວິດເຈື່ອຈານເຂົ້າກັບປະຊາຊົນປະຈຳຖິ່ນ, ເຄົາລົບຮີດຄອງປະເພນີ, ປະຕິບັດກົດໝາຍຂອງປະເທດປະຈຳຖິ່ນໃຫ້ເປັນຢ່າງດີ.

          ຕອນບ່າຍວັນດຽວກັນ, ທ່ານລັດຖະມົນຕີ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຫວຽດນາມ ໄດ້ໄປວາງພວງມາລາ, ຖະຫວາຍທູບທຽນອາໄລຫາປະທານສຸພານຸວົງ ຢູ່ອະນຸສາວະລີ ສຸພານຸວົງ ແລະ ນັກຮົບລະຫວ່າງຫວຽດນາມ - ລາວ ຢູ່ເມືອງ ທ່າແຂກ, ເຊິ່ງແມ່ນແຫ່ງສ້າງຂີດໝາຍໃນການຕໍ່ສູ້ຂອງບັນດາທະຫານອາສາສະໝັກຫວຽດນາມ ແລະ ກອງທັບລາວ ຕ້ານພວກລ່າເມືອງຂຶ້ນຝລັ່ງ, ປົກປັກຮັກສາເມືອງ ທ່າແຂກ ເມື່ອເດືອນ ມີນາ 1946, ໂດຍປະທານ ສຸພານຸວົງ ຊີ້ນຳນຳພາ.

ຕອບກັບ