ຢຸດຕິຊົ່ວຄາວການຮັບພົນລະເມືອງຫວຽດນາມ ເຂົ້າເມືອງຜ່ານດ່ານຊາຍແດນສາກົນ ເກົ່າແຈວ ນັບແຕ່ວັນທີ 18 ມິຖຸນາ

Chia sẻ
(VOVWORLD) -ຄະນະກຳມະການປະຊາຊົນແຂວງ ຮ່າຕິ້ງ ຫາກໍ່ມີເອກະສານທາງການສົ່ງເຖິງສະຖານທູດຫວຽດນາມ ປະຈຳລາວ ກ່ຽວກັບເລື່ອງຢຸດຕິການຮັບພົນລະເມືອງຫວຽດນາມ ກັບເມືອປະເທດຜ່ານດ່ານຊາຍແດນສາກົນ ເກົ່າແຈວ ໂດຍຊົ່ວຄາວ
ຢຸດຕິຊົ່ວຄາວການຮັບພົນລະເມືອງຫວຽດນາມ ເຂົ້າເມືອງຜ່ານດ່ານຊາຍແດນສາກົນ ເກົ່າແຈວ ນັບແຕ່ວັນທີ 18 ມິຖຸນາ - ảnh 1
ນັບແຕ່ວັນທີ 18 ມິຖຸນາ 2021, ຢຸດຕິຊົ່ວຄາວການຮັບພົນລະເມືອງຫວຽດນາມ ເຂົ້າເມືອງຜ່ານດ່ານຊາຍແດນສາກົນ ເກົ່າແຈວ (ພາບ: VOV)

ຕໍ່ໜ້າສະພາບການສັບສົນຂອງໂລກລະບາດໂຄວິດ-19, ຄະນະກຳມະການປະຊາຊົນແຂວງ ຮ່າຕິ້ງ ຫາກໍ່ມີເອກະສານທາງການສົ່ງເຖິງສະຖານທູດຫວຽດນາມ ປະຈຳລາວ ກ່ຽວກັບເລື່ອງຢຸດຕິການຮັບພົນລະເມືອງຫວຽດນາມ ກັບເມືອປະເທດຜ່ານດ່ານຊາຍແດນສາກົນ ເກົ່າແຈວ ໂດຍຊົ່ວຄາວ ເພື່ອສຸມໃສ່ໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນບໍລິເວນແຂວງ (ເວັ້ນເສຍແຕ່ກໍລະນີທີ່ໄດ້ຮັບອະນຸຍາດຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19). ເວລາຢຸດຕິການຮັບພົນລະເມືອງແມ່ນນັບແຕ່ວັນທີ 18 ມິຖຸນາ 2021 ຈົນເຖິງເວລາມີແຈ້ງການໃໝ່.

        ຄະນະກຳມະການປະຊາຊົນແຂວງ ຮ່າຕິ້ງ ສະເໜີໃຫ້ສະຖານທູດຫວຽດນາມປະຈຳສປປ.ລາວ ສົມທົບກັນ, ເພື່ອແຈ້ງການຢ່າງກວ້າງຂວາງເຖິງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ, ບັນດາອົງການທີ່ມີໜ້າທີ່, ບັນດາທ້ອງຖິ່ນທີ່ກ່ຽວຂ້ອງຂອງລາວ, ບັນດາເປົ້າໝາຍອື່ນໆທີ່ມີຄວາມຕ້ອງການເຂົ້າເມືອງໃນຈຸດເວລານີ້ໄດ້ຮັບຊາບ.

ຕອບກັບ