ມຽນມາ ໃຫ້​ຄຳ​ໝັ້ນ​ສັນ​ຍາ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ທູດ​ພິ​ເສດ​ຂອງ​ ອາ​ຊຽນ

Chia sẻ
(VOVWORLD) -ມຽນມາ ພ້ອມແລ້ວທີ່ຈະຮ່ວມມືກັບ ອາຊຽນ ໃນຂອບເຂດ ອາຊຽນ, ລວມທັງການເຈລະຈາກັບບັນດາທູດພິເສດຂອງ ອາຊຽນ ປະຈຳ ມຽນມາ.
ມຽນມາ ໃຫ້​ຄຳ​ໝັ້ນ​ສັນ​ຍາ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ທູດ​ພິ​ເສດ​ຂອງ​ ອາ​ຊຽນ - ảnh 1ທ່ານຈອມພົນ Min Aung Hlaing  (ພາບ: AFP/TTXVN)

ວັນທີ 1 ສິງຫາ, ທ່ານປະທານສະພາບໍລິຫານແຫ່ງລັດ ມຽນມາ (SAC), ຈອມພົນ Min Aung Hlaing ໄດ້ໃຫ້ຄຳໝັ້ນສັນຍາ ຈັດບັນດາການເລືອກຕັ້ງຄັ້ງໃໝ່, ພ້ອມທັງໃຫ້ຮູ້ວ່າ ລັດຖະບານປະເທດນີ້ ພ້ອມແລ້ວທີ່ຈະຮ່ວມມືກັບບໍ່ວ່າທູດພິເສດທ່ານໃດໆຂອງ ອາຊຽນ ທີ່ໄດ້ຮັບການແຕ່ງຕັ້ງ. ກ່າວຄຳເຫັນໃນຊ່ອງໂທລະພາບ, ທ່ານຈອມພົນ Min Aung Hlaing ເນັ້ນໜັກວ່າ ມຽນມາ ພ້ອມແລ້ວທີ່ຈະຮ່ວມມືກັບ ອາຊຽນ ໃນຂອບເຂດ ອາຊຽນ, ລວມທັງການເຈລະຈາກັບບັນດາທູດພິເສດຂອງ ອາຊຽນ ປະຈຳ ມຽນມາ.

ຕາມແຜນການແລ້ວ, ໃນກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ (AMM) ຄັ້ງທີ 54 ເຊິ່ງຖືກໄຂຂຶ້ນໃນວັນທີ 2 ສິງຫາ, ລັດຖະມົນຕີບັນດາປະເທດ ຈະປຶກສາຫາລືກ່ຽວກັບການພ້ອມກັນປະຕິບັດ 5 ເນື້ອໃນເຊິ່ງການນຳບັນດາປະເທດສະມາຊິກບັນລຸໄດ້ ໃນທ້າຍເດືອນເມສາຜ່ານມາ ເພື່ອແນໃສ່ແກ້ໄຂວິກິດການຢູ່ ມຽນມາ./.

ຕອບກັບ