ມອບ​ເງິນ​ຈຳ​ນວນກວ່າ 600 ລ້ານ​ດົ່ງ ແລະ ຜ້າ​ອັດ​ປາກ​ອັດ​ດັງ 225.000 ອັນ ໃຫ້​ແກ່​ປະ​ຊາ​ຊົນ ລາວ

Chia sẻ
(VOVWORLD) -ສູນກາງ ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ມອບເງິນຈຳນວນກວ່າ 600 ລ້ານດົ່ງ ແລະ ຜ້າອັດປາກອັດດັງ 225.000 ອັນ ໃຫ້ແກ່ປະຊາຊົນ ລາວ ເພື່ອຊ່ວຍລາວ ຮັບມືກັບໂລກລະບາດໂຄວິດ - 19.
ມອບ​ເງິນ​ຈຳ​ນວນກວ່າ 600 ລ້ານ​ດົ່ງ ແລະ ຜ້າ​ອັດ​ປາກ​ອັດ​ດັງ 225.000 ອັນ ໃຫ້​ແກ່​ປະ​ຊາ​ຊົນ ລາວ - ảnh 1ຜ້າອັດປາກອັດດັງຂອງ ສູນກາງ ສະມາຄົມມິດຕະພາບ ຫວຽດນາມ - ລາວ ມອບໃຫ້ປະຊາຊົນ ລາວ ກຳລັງໄດ້ຂົນສົ່ງໄປ ລາວ (ພາບ: TTXVN)

 ຕໍ່ໜ້າສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນຢູ່ ລາວ, ໂດຍຜ່ານສະຖານທູດ ລາວ ປະຈຳ ຫວຽດນາມ, ສູນກາງ ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ມອບເງິນຈຳນວນກວ່າ 600 ລ້ານດົ່ງ ແລະ ຜ້າອັດປາກອັດດັງ 225.000 ອັນ ໃຫ້ແກ່ປະຊາຊົນ ລາວ ເພື່ອຊ່ວຍລາວ ຮັບມືກັບໂລກລະບາດໂຄວິດ - 19.

        ທີ່ພິທີມອບ - ຮັບທີ່ຈັດຂຶ້ນໃນວັນທີ 19 ພຶດສະພາ, ທ່ານປະທານ ສູນກາງສະມາຄົມມິດຕະພາບ ຫວຽດນາມ  - ລາວ ເຈິ່ນວັນຕຸ໊ຍ ກໍສະແດງຄວາມແບ່ງເບົາ ແລະ ການເຫັນອົກເຫັນໃຈຢ່າງເລິກເຊິ່ງຂອງປະຊາຊົນ ຫວຽດນາມ ຕໍ່ໜ້າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເຊິ່ງ ລາວ ພວມປະເຊີນໜ້າ; ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຄຽງບ່າຄຽງໄຫຼ່ພ້ອມກັບ ລາວ ແລະ ໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19; ທ່ານເຊື່ອໝັ້ນວ່າ ປະເທດລາວ ແລະ ປະຊາຊົນ ລາວ ຈະຄວບຄຸມໂລກລະບາດໂຄວິດ - 19 ໄດ້ໂດຍໄວ, ຟື້ນຟູເສດຖະກິດ - ສັງຄົມ ແລະ ສືບຕໍ່ພັດທະນາແບບຍືນຍົງ.

ຕອບກັບ