ມອບຫຼຽນ​ກາທີ່​ລະ​ນຶກເພື່​ອ​ສັນ​ຕິ​ພາບ, ມິ​ດ​ຕະ​ພາ​ບ​ລະ​ຫວ່າງ​ບັນ​ດາ​ຊົນ​ຊາດ​ໃຫ້​ແກ່​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ​ປະ​ຈຳ ຫວຽດ​ນາມ

Chia sẻ
(VOVWORLD) -ທ່ານ ທອງສະຫວັນ ພົມວິຫານ ສະແດງຄວາມເປັນກຽດທີ່ໄດ້ຮັບລາງວັນອັນສູງສົ່ງດັ່ງກ່າວ ແລະ ປາດຖະໜາວ່າ ຈະສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນສາມັກຄີມິດຕະພາບແລະ ການຮ່ວມມືຮອບດ້ານລະຫວ່າງລາວ - ຫວຽດນາມ ໃຫ້ ພັດທະນາຢ່າງບໍ່ຢຸດຢັ້ງ.
ມອບຫຼຽນ​ກາທີ່​ລະ​ນຶກເພື່​ອ​ສັນ​ຕິ​ພາບ, ມິ​ດ​ຕະ​ພາ​ບ​ລະ​ຫວ່າງ​ບັນ​ດາ​ຊົນ​ຊາດ​ໃຫ້​ແກ່​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ​ປະ​ຈຳ ຫວຽດ​ນາມ - ảnh 1ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ປະທານສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ມອບຫຼຽນກາທີ່ລະນຶກ ໃຫ້ແກ່ທ່ານ ທອງສະຫວັນ ພົມວິຫານເອກອັກຄະລັດຖະທູດ ລາວປະຈຳ ຫວຽດນາມ (ພາບ: TTXVN)

ວັນທີ 26 ກັນຍາ, ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມໄດ້ຈັດຕັ້ງພິທີມອບຫຼຽບກາທີ່ລະນຶກເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊົນຊາດໃຫ້ແກ່ທ່ານທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດ ລາວປະຈຳ ຫວຽດນາມຍ້ອນມີບັນດາການປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ສາຍພົວພັນມິດຕະພາບຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.

        ກ່າວຄຳເຫັນທີ່ພິທີ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ປະທານສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ເນັ້ນໜັກວ່າ ໃນອາຍຸການປະຕິບັດງານຢູ່ ຫວຽດນາມທ່ານ ທອງສະຫວັນ ພົມວິຫານ ໄດ້ມີການປະກອບສ່ວນຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍເຂົ້າໃນການຊຸກຍູ້ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ລາວ. ສອງຝ່າຍໄດ້ພ້ອມກັນຈັດຕັ້ງ “ປີສາມັກຄີມິດຕະພາບລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ 2017” ສຳເລັດຜົນ.

        ທ່ານນາງ ຫງວຽນເຟືອງງາ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງເຖິງວ່າດຳລົງຕຳແໜ່ງໃດກໍ່ຕາມ ທ່ານ ທອງສະຫວັນ ພົມວິຫານ ຈະສືບຕໍ່ມີການປະກອບສ່ວນຫຼາຍກ່າວອີກເຂົ້າໃນການປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ - ລາວ.

        ທ່ານ ທອງສະຫວັນ ພົມວິຫານ ສະແດງຄວາມເປັນກຽດທີ່ໄດ້ຮັບລາງວັນອັນສູງສົ່ງດັ່ງກ່າວ ແລະ ປາດຖະໜາວ່າ ຈະສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນສາມັກຄີມິດຕະພາບແລະ ການຮ່ວມມືຮອບດ້ານລະຫວ່າງລາວ - ຫວຽດນາມ ໃຫ້ ພັດທະນາຢ່າງບໍ່ຢຸດຢັ້ງ.

ຕອບກັບ