ມອບລາງວັນການແຂ່ງຂັນ ເລີ່ມຕົ້ນ​ທຸ​ລະ​ກິດ/STARTUP “ DAV startup 2021”

Chia sẻ
(VOVWORLD) -G2D ມີຄວາມປາດຖະໜາກຢາກສ້າງໂຄງການ Old Book New Life (OBNL) ເພື່ອແນໃສ່ຊ່ວຍນັກສຶກສາ ສາມາດສຳຜັດກັບແຫຼ່ງປຶ້ມຕຳລາຮຽນຕົ້ນສະບັບທີ່ມີຄ່ໃຊ້ຈ່າຍຕ່ຳ, ນັກຮຽນມັດທະຍົມຕອນປາຍ ອາດຈະປະຢັດສ່ວນໜຶ່ງງົບປະມານໃຫ້ແກ່ຄອບຄົວ.
ມອບລາງວັນການແຂ່ງຂັນ ເລີ່ມຕົ້ນ​ທຸ​ລະ​ກິດ/STARTUP “ DAV startup 2021” - ảnh 1ພາບປະກອບ: cafebiz.vn

ຮອບຊິງຊະນະເລີດການແຂ່ງຂັນເລີ່ມຕົ້ນທຸລະກິດ/STARTUP “ DAV startup 2021” ໂດຍສະຖາບັນການຕ່າງປະເທດຈັດຕັ້ງທາງອອນລາຍໃນວັນທີ 12 ມິຖຸນາ 2021 ໄດ້ມອບລາງວັນທີ 1 ໃຫ້ແກ່ກຸ່ມໂຄງການ G2D ຍ້ອນມີບົດເຂົ້າຮ່ວມການແຂ່ງຂັນທີ່ດີເດັ່ນ ຊື່ງສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນ ແລະ ທີ່ຕັ້ງຂອງໂຄງການເລີ່ມຕົ້ນທຸລະກິດໃໝ່/STARTUP ຢ່າງແທດຈິງ. G2D ມີຄວາມປາດຖະໜາກຢາກສ້າງໂຄງການ Old Book New Life (OBNL) ເພື່ອແນໃສ່ຊ່ວຍນັກສຶກສາ ສາມາດສຳຜັດກັບແຫຼ່ງປຶ້ມຕຳລາຮຽນຕົ້ນສະບັບທີ່ມີຄ່ໃຊ້ຈ່າຍຕ່ຳ, ນັກຮຽນມັດທະຍົມຕອນປາຍ ອາດຈະປະຢັດສ່ວນໜຶ່ງງົບປະມານໃຫ້ແກ່ຄອບຄົວ. ຕາມນັ້ນແລ້ວ, OBNL ແມ່ນ ເວັບໄຊ ຫໍສະໝຸດຕໍາລາການຮຽນເກົ່າ, ຜ່ານການເຄື່ອນໄຫວຊື້, ຂາຍ ແລະ ໃຫ້ເຊົ່າຕຳລາ, ປ້ຶມແບບຮຽນ,  ເພື່ອຍົກສູງອາຍຸຂອງການນຳໃຊ້ ແລະ ມູນຄ່າຂອງປຶຶ້ມຕ່າງໆ, ພ້ອມທັງປະກອບສ່ວນເຂົ້າໃນການຍົກສູງສະຕິຄວາມຮັບຮູ້ໃນການປົກປັກຮັກສາສິດຊັບສິນທາງປັນຍາ ແລະ ເຄົາລົບພູມປັນຍາຂອງຕົນເອງ.

ຕອບກັບ