ມອບຟິມຮູບເງົາເອກະສານປະທານສຸພານຸວົງກັບຫວຽດນາມ ໃຫ້ລາວ

Chia sẻ
(VOVWORLD) -ວັນທີ 12 ກໍລະກົດ, ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ທີ່ນະຄອນຫຼວງວຽງຈັນ, ປະເທດລາວ, ສະມາຄົມຮູບເງົາຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບຟິມຮູບເງົາເອກະສານ “ປະທານ ສຸພານຸວົງ ກັບ ຫວຽດນາມ”.

ມອບຟິມຮູບເງົາເອກະສານປະທານສຸພານຸວົງກັບຫວຽດນາມ ໃຫ້ລາວ - ảnh 1ການມອບຮັບຟິມຮູບເງົາເອກະສານ ”ປະທານສະພານຸວົງກັບຫວຽດນາມ“

(ພາບ: Pham Kien/Vietnam+)

ໂດຍໄດ້ຮັບການຖ່າຍທໍາໃນເດືອນເມສາ 2017 ເນື່ອງໃນໂອກາດ ຫວຽດນາມ - ລາວ ສະເຫຼີມສະຫຼອງ 55 ປີ ແຫ່ງວັນສອງປະເທດສ້າງຕັ້ງການພົວພັນທາງການທູດ ແລະ 40 ປີ ແຫ່ງວັນ ສອງປະເທດລົງນາມໃນສົນທິສັນຍາມິດຕະພາບຮ່ວມມື,  ຟິມຮູບເງົາເອກະສານ ປະທານ ສະພານຸວົງ ກັບ ຫວຽດນາມ ລວມມີ 2 ພາກ ຍາວ 60 ນາທີ. ຟິມຮູບເງົາເອກະສານດັ່ງກ່າວ ໄດ້ວາດພາບເຖິງຊີວິດປະຫວັດ, ພາລະກິດ ແລະ ການເຄື່ອນໄຫວຂອງ ປະທານ ສະພານຸວົງ, ນັບແຕ່ສະໄໝ ທ່ານໄປຮຽນຢູ່ຫວຽດນາມ ເມື່ອຄາວຍັງນ້ອຍ, ພິເສດແມ່ນ ການພົບປະຄັ້ງປະຫວັດສາດ, ມີລັກສະນະບາດລ້ຽວຂອງ ສະເດັດເຈົ້າ ສຸພານຸວົງ ກັບປະທານໂຮ່ຈີມິນ ໃນເດືອນກັນຍາ 1945, ກໍຄືການກອບກູ້ເອົາ ປະທານ ສະພານຸວົງ ອອກຈາກຄຸກໂພນເຄັງ ຢູ່ນະຄອນຫຼວງວຽງຈັນ ໃນເດືອນ ກໍລະກົດ ປີ 1959... ຟິມຮູບເງົາເອກະສານດັ່ງກ່າວ ໄດ້ຍົກໃຫ້ເຫັນການພົວພັນຂອງ ປະທານ ສະພານຸວົງ ກັບ ຫວຽດນາມ, ການປະກອບສ່ວນຂອງທ່ານຕໍ່ພາລະກິດປະຕິວັດຂອງສອງປະເທດຫວຽດນາມ - ລາວ, ພ້ອມທັງສະແດງໃຫ້ເຫັນນໍ້າໃຈມິດຕະພາບທີ່ຫາຍາກ ລະຫວ່າງ ຫວຽດນາມ - ລາວ.

ຕອບກັບ