ພິທີມອບຂອງຂວັນ (ພາບ: VOV) |
|
ຂອງຂວັນຂອງທ່ານປະທານສະພາແຫ່ງຊາດລວມມີ ອຸປະກອນການຮຽນການສອນ 2 ໂຕນ ເພື່ອຮັບໃຊ້ການສອນພາສາ ຫວຽດ ໃຫ້ແກ່ລູກຫຼານຊາວ ຫວຽດນາມ ຢູ່ 04 ແຂວງພາກໃຕ້ລາວ, ລວມມີ ຈຳປາສັກ, ອັດຕະປື, ສາລະວັນ ແລະ ເຊກອງ. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນວັນຈູງ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ປາກເຊ ເນັ້ນໜັກວ່າ ນີ້ແມ່ນຄວາມເອົາໃຈໃສ່ຂອງການນຳພັກ, ລັດ, ພິເສດແມ່ນຂອງປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ທີ່ມີຕໍ່ປະຊາຄົມ, ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສ ຢູ່ 4 ແຂວງ ດັ່ງກ່າວ. ນີ້ກໍແມ່ນການພິສູດໃຫ້ເຫັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ “ພັກ ແລະ ລັດ ຫວຽດນາມ ທີ່ຍາມໃດກໍຖືປະຊາຄົມ ຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ແມ່ນພາກສ່ວນທີ່ບໍ່ສາມາດຕັດແຍກອອກຈາກຊາດ ຫວຽດນາມ ໄດ້”.