ມີຜະ​ລິດ​ຕະ​ພັນ​ການ​ກະ​ເສດ ກ່​ວາ 1.300 ໂຕນ ໄດ້​ສົ່ງ​ອອກ​ຜ່ານ​ດ່ານ​ຊາຍ​ແດນ​ສາ​ກົນ ລາວ​ກາຍ ຍາມ​ຕົ້ນ​ປີ​ໃໝ່

Chia sẻ
(VOVWORLD) -ວັນທີ 26 ມັງກອນ (ກົງກັບວັນທີ 2 ບຸນເຕັດ), ທີ່ດ່ານຊາຍແດນສາກົນ ລາວກາຍ, ສາຂາພາສີອາກອນ ລາວກາຍ ໄດ້ປະຕິບັດລະບຽບການໃຫ້ແກ່ ໃບແຈ້ງພາສີ 11 ຊຸດ ແລະ ສົ່ງອອກ ຜະລິດຕະພັນການກະເສດ ກ່ວາ 1.300 ໂຕນ.
ມີຜະ​ລິດ​ຕະ​ພັນ​ການ​ກະ​ເສດ ກ່​ວາ 1.300 ໂຕນ ໄດ້​ສົ່ງ​ອອກ​ຜ່ານ​ດ່ານ​ຊາຍ​ແດນ​ສາ​ກົນ ລາວ​ກາຍ ຍາມ​ຕົ້ນ​ປີ​ໃໝ່ - ảnh 1ລົດຂົນສົ່ງ ຜະລິດຕະພັນການກະເສດຜ່ານດ່ານຊາຍແດນ (ພາບ: TTXVN) 

ນີ້ແມ່ນ ການສົ່ງສິນຄ້າບັນດາຖ້ຽວທຳອິດ ທີ່ໄດ້ຮັບການປະຕິບັດລະບຽບການສົ່ງອອກ - ນຳເຂົ້າ ຜ່ານດ່ານຊາຍແດນ ສາກົນ ລາວກາຍ ໃນປີ ໃໝ່ປີຊວດ 2020. ບັນດາກຳລັງທີ່ມີໜ້າທີ່ຮັບຜິດຊອບຢູ່ດ່ານຊາຍແດນສາກົນ ລາວກາຍ ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດໃນການປະຕິບັດລະບຽບການເພື່ອໃຫ້ສິນຄ້າສົ່ງອອກ - ນຳເຂົ້າໄດ້ຜ່ານແດນຢ່າງວອງໄວ. ຍອດມຸນຄ່າ ສິນຄ້າສົ່ງອອກ - ນຳເຂົ້າຜ່ານດ່ານຊາຍແດນມີປະມານກວ່າ 20 ຕື້ ດົ່ງ (ປະມານ 1 ລ້ານ USD). ບັນດາຜະລິດຕະພັນການກະເສດໄດ້ຮັບການນຳເຂົ້າສົ່ງອອກເປັນຕົ້ນແມ່ນ: ໝາກມັງກອນ, ໝາກມີ້, ໝາກໂມ, ໝາກມ່ວງ, ໝາກເງາະ.

ຕອບກັບ