ມີຜູ້ຖືກສະເໜີອອກສະຫມັກເລືອກຕັ້ງ ແລະ ສະໝັກເລືອກຕັ້ງເອງເປັນສະມາຊິກສະພາແຫ່ງຊາດຊຸດທີ 15 ຈຳນວນ 1161 ຄົນ

Chia sẻ
(VOVWORLD) -ໄລ່ຮອດຈຸດເວລານີ້, ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ດຳເນີນກອງປະຊຸມປຶກສາຫາລືຄັ້ງທີ 1 ແລະ ຄັ້ງທີ 2 ແລ້ວ.
ມີຜູ້ຖືກສະເໜີອອກສະຫມັກເລືອກຕັ້ງ ແລະ ສະໝັກເລືອກຕັ້ງເອງເປັນສະມາຊິກສະພາແຫ່ງຊາດຊຸດທີ 15 ຈຳນວນ 1161 ຄົນ - ảnh 1(ພາບປະກອບ: VGP)

ໄລ່ຮອດຈຸດເວລານີ້, ໃນທົ່ວປະເທດມີ 1.084 ຄົນໄດ້ຖືກສະເໜີອອກສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15, ມີ 77 ຄົນອອກສະໝັກຮັບເລືອກຕັ້ງເອງເປັນສະມາຊິກສະພາແຫ່ງຊາດຢູ່ 24 ແຂວງ, ນະຄອນ. ນັບທັງຈຳນວນຜູ້ຖືກສະເໜີອອກສະໝັກຮັບເລືອກຕັ້ງ ແລະ ຜູ້ສະໝັກຮັບເລືອກຕັ້ງເອງ ເປັນສະມາຊິກສະພາແຫ່ງຊາດຊຸດທີ 15 ແມ່ນລວມທັງໝົດ 1.161 ຄົນ.

ຕາມຂໍ້ກຳນົດຂອງກົດໝາຍ, ເພື່ອຮັບປະກັນປະຊາທິປະໄຕ, ເລືອກເອົາບັນດາຜູ້ດີເດັ່ນອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 15, ກອງປະຊຸມປຶກສາຫາລືໄດ້ດຳເນີນເປັນ 3 ຄັ້ງ. ໄລ່ຮອດຈຸດເວລານີ້, ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ດຳເນີນກອງປະຊຸມປຶກສາຫາລືຄັ້ງທີ 1 ແລະ ຄັ້ງທີ 2 ແລ້ວ. ກອງປະຊຸມປຶກສາຫາລືຄັ້ງທີ 3 ຈະໄດ້ດຳເນີນກ່ອນເວລາ 17 ໂມງຂອງວັນທີ 19 ເມສາ 2021.

ຕອບກັບ