ມີ​ທຸ​ງຊາດ 1 ແສນ​ຜືນ​ໄດ້​ມອບ​ໃຫ້ຊາວ​ປະມົງ​ເພື່ອ​ພ້ອມ​ກັນ​ຕິດ​ກັບ​ທະ​ເລ, ປົ​ກ​ປັກ​ຮັກ​ສາ​ປະ​ເທ​ດ​ຊາດ

Chia sẻ
(VOVWORLD) -ຕອນເຊົ້າວັນທີ 19 ກັນຍາ, ຢູ່ນະຄອນໂຮ່ຈີມິນ, ໜັງສືພິມຜູ້ອອກແຮງງານໄດ້ຈັດຕັ້ງພິທີລົງນາມຮ່ວມເດີນທາງກັບລາຍການ “ທຸງຊາດ 1 ລ້ານຜືນ ພ້ອມກັບຊາວປະມົງຕິດແທດກັບທະເລ”. 
ມີ​ທຸ​ງຊາດ 1 ແສນ​ຜືນ​ໄດ້​ມອບ​ໃຫ້ຊາວ​ປະມົງ​ເພື່ອ​ພ້ອມ​ກັນ​ຕິດ​ກັບ​ທະ​ເລ, ປົ​ກ​ປັກ​ຮັກ​ສາ​ປະ​ເທ​ດ​ຊາດ - ảnh 1 ມີທຸງຊາດ 1 ແສນຜືນໄດ້ມອບໃຫ້ຊາວປະມົງເພື່ອພ້ອມກັນຕິດກັບທະເລ, ປົກປັກຮັກສາປະເທດຊາດ

ນີ້ແມ່ນລາຍການເພື່ອແນໃສ່ຕໍ່ກຳລັງແຮງ, ເປັນກຳລັງໃຈໃຫ້ແກ່ຊາວປະມົງພ້ອມກັນຮ່ວມແຮງຮ່ວມໃຈຢັ້ງຢືນອະທິປະໄຕທະເລໝູ່ເກາະສັກກາລະບູຊາຂອງປະເທດຊາດ. ນອກຈາກການມອບທຸງຊາດແລ້ວ, ລາຍການຍັງສົມທົບການໂຄສະນາໃຫ້ແກ່ຊາວປະມົງບັນດານະໂຍບາຍກົດໝາຍຂອງລັດກ່ຽວກັບກົດໝາຍວ່າດ້ວຍທະເລສາກົນ, ໂຄສະນາກ່ຽວກັບທະເລໝູ່ເກາະ, ຍົກສູງສະຕິປົກປັກຮັກສາອະທິປະໄຕຂອງຊາວປະມົງເມື່ອອອກໄປຫາປາໃນແຕ່ລະເທື່ອ.

        ທີ່ພິທີ, ໜັງສືພິມຜູ້ອອກແຮງງານ ກໍ່ໄດ້ມອບ ທຸງຊາດ 20 ພັນຜືນໃຫ້ແກ່ຜູ້ຕາງໜ້າກອງທັບເຮືອເຂດ 2 ແລະ 40 ຜືນໃຫ້ແກ່ ກອງທັບເຮືອເຂດ 4 ເພື່ອມອບໃຫ້ຊາວປະມົງເມື່ອແວ່ເຂົ້າເກາະ. ລາຍການໄດ້ເຄື່ອນໄຫວມາແຕ່ວັນທີ 1 ມິຖຸນາ, ເນື່ອງໃນເຫດການ “ສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ 2019” ໂດຍກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມຈັດຕັ້ງຂຶ້ນຢູ່ແຂວງ ບາກລຽວ.

ຕອບກັບ