ມີ​ຄົນ​ເຈັບຕິດ​ເຊື້ອ​ໂຄ​ວິດ - 19 ຕື່ມ​ອີກ 14 ຄົນ ​ໄດ້​ຮັບ​ການ​ປິ່ນປົວ​ຫາຍ​ດີ​

Chia sẻ
(VOVWORLD) -ມາຮອດປັດຈຸບັນ, ຫວຽດນາມ ໄດ້ມີ 293/328 ກໍລະນີຕິດເຊື້ອໂຄວິດ -19 ໄດ້ຢັ້ງຢືນປິ່ນປົວຫາຍດີ . 

        ວັນທີ 1 ມິຖຸນາ, ຕາມຂ່າວຈາກອະນຸກໍາມະການປິ່ນປົວພະຍາດ - ຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ: ທົ່ວປະເທດມີຄົນເຈັບ 14 ຄົນຕິດເຊື້ອພະຍາດໂຄວິດ - 19 ໄດ້ຮັບການຢັ້ງຢືນຫາຍດີແລ້ວ. ໂຮງໝໍຫຼາຍຂະແໜງ ຊາແດກ ແຂວງດົ່ງທາບ ມີຄົນເຈັບ 1 ຄົນຕິດເຊື້ອໂຄວິດ - 19 ໄດ້ຮັບການຢ້ັງຢືນຫາຍດີ. ສ່່ວນຢູ່ໂຮງໝໍຫຼາຍຂະແໜງແຂວງ ບາກລຽວ ມີຄົນເຈັບ 13 ຄົນ ຕິດເຊື້ອໂຄວິດ - 19 ໄດ້ຮັບການຢັ້ງຢືນຫາຍດີ.

        ເປັນອັນວ່າ, ມາຮອດປັດຈຸບັນ, ຫວຽດນາມ ໄດ້ມີ 293/328 ກໍລະນີຕິດເຊື້ອໂຄວິດ -19 ໄດ້ຢັ້ງຢືນປິ່ນປົວຫາຍດີ ແລະ ເປັນມື້ທີີ 46 ຢ່າງລຽນຕິດ ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໃໝ່ໃນຊຸມຊົນ. ປັດຈຸບັນ,  ຍັງມີຄົນເຈັບເຫຼືອພຽງ 35 ຄົນ ພວມໄດ້ຮັບການປິ່ນປົວຢູ່ບັນດາໂຮງໝໍ ດ້ວຍອາກາດສຸຂະພາບປົກກະຕິໂດຍພື້ນຖານ. 

ຕອບກັບ