ພະ​ຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອ COVID – 19: ຈີນ​ປະ​ກາດມີ​ຜູ້​ເສຍ​ຊີ​ວິດ​ໃໝ່​ຕື່ມ​ອີກ 109 ຄົນ.

Chia sẻ
(VOVWORLD) -ຕາມອົງການອະນາໄມໂລກ (WHO) ແລ້ວ, ໄລ່ຮອດວັນທີ 20 ກຸມພາ, ມີ ປະມານ 30 ປະເທດ ແລະ ເຂດແຄ້ວນ ໄດ້ປະກາດວ່າ ກວດພົບຜູ້ຕິດເຊື້ອ COVID-19 ຢູ່ປະເທດຂອງຕົນ.
ພະ​ຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອ COVID – 19: ຈີນ​ປະ​ກາດມີ​ຜູ້​ເສຍ​ຊີ​ວິດ​ໃໝ່​ຕື່ມ​ອີກ 109 ຄົນ. - ảnh 1ຄົນເຈັບຕິດເຊື້ອ COVID-19 ທີ່ໄດ້ຮັບການປິ່ນປົວທີ່ໂຮງໝໍ ຢູ່ອູຮັ້ນ, ແຂວງ ຮູເປີຍ ປະເທດ ຈີນ ໃນວັນທີ 18 ກຸມພາ 2020 (ພາບ: THX/TTXVN) 

ຕອນເຊົ້າວັນທີ 22 ກຸມພາ, ຄະນະກຳມະການສາທາລະນະສຸກ ແຫ່ງຊາດ ຈີນ ໄດ້ປະກາດກ່ຽວກັບ ຜູ້ຕິດເຊື້ອໄວຣັດ nCoV ໃໝ່ຕື່ມອີກ 397 ຄົນ ແລະ ມີຜູ້ເສຍຊີວິດໃໝ່ຕື່ມອີກ 109 ຄົນ ຢູ່ 31 ແຂວງ, ນະຄອນ ແລະ ພົນລະພາກຫຼວງການຜະລິດ ແລະ ກໍ່ສ້າງ ຊີນແຈງ ປະເທດຈີນ.

        ໃນຈຳນວນກໍລະນີເສຍຊີວິດໃໝ່ໃນວັນທີ 21 ກຸມພານີ້ແມ່ນ ຢູ່ແຂວງຮູເປີຍມີ 106 ຄົນ, ແຂວງ ເຄືອເປີຍ 1 ຄົນ, ນະຄອນ ຊຽງໄຮ້ 1 ຄົນ ແລະ ພົນລະພາກຫຼວງການຜະລິດ ແລະ ກໍ່ສ້າງ ຊີນແຈງ 1 ຄົນ.

        ດັ່ງນັ້ນ, ຍອດຈຳນວນຜູ້ເສຍຊີວິດໃນທົ່ວໂລກ, ໄລ່ຮອດຕອນເຊົ້າວັນທີ 22 ກຸມພາ ແມ່ນ 2.360 ຄົນ ແລະ ຍອດຈຳນວນຜູ້ຕິດເຊື້ອພະຍາດແມ່ນ 76.806 ຄົນ.

ຕອບກັບ