ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ຈະ​ຊະ​ນະ​ໂລກ​ລະ​ບາດ​ໂຄວິດ - 19 ຄື​ແນວ​ໃດ?

Chia sẻ
(VOVWORLD) -   “ພື້ນຖານເສດຖະກິດ ຫວຽດນາມ ຈະຊະນະໂລກລະບາດໂຄວິດ - 19 ຄືແນວໃດ?” ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ) ສົມທົບກັບອົງການສົ່ງເສີມການຄ້າ - ການລົງທຶນ ສ.ເກົາຫຼີ (KOTRA), ອົງການອະນາໄມໂລກ ປະຈຳ ຫວຽດນາມ, ກົມການແພດປ້ອງກັນ (ກະຊວງສາທາລະນະສຸກ), ພະແນກແຜນການ ແລະ ການລົງທຶນ ແຂວງ ຫວິງຟຸກ ແລະ ສູນສົ່ງເສີມການຄ້າ ແລະ ການລົງທຶນ ນະຄອນ ໂຮ່ຈີມິນ ຈັດຕັ້ງຂຶ້ນໃນວັນທີ 4 ສິງຫາ ຕາມຮູບການທາງອອນລາຍ.
ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ຈະ​ຊະ​ນະ​ໂລກ​ລະ​ບາດ​ໂຄວິດ - 19 ຄື​ແນວ​ໃດ? - ảnh 1ທ່ານ ຫວູບ໊າຝູ, ຫົວໜ້າກົມສົ່ງເສີມການຄ້າ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: moit.gov)

ທີ່ກອງປະຊຸມສຳມະນາ, ທ່ານ ຫວູບ໊າຝູ, ຫົວໜ້າກົມສົ່ງເສີມການຄ້າ ໄດ້ແບ່ງປັນວ່າ, ປັດຈຸບັນ, ລັດຖະບານ ຫວຽດນາມ ພວມຜັນຂະຫຍາຍບັນດາມາດຕະການທີ່ເຄັ່ງຄັດ ແລະ ຂ້ຽວຂາດກວ່າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຕາມທິດນຳ ສົມທົບ “ເປົ້າໝາຍຄວບຄູ່” ທັງປ້ອງກັນ, ຕ້ານໂລກລະບາດ, ປົກປັກຮັກສາສຸຂະພາບຂອງປະຊາຊົນແມ່ນບຸລິມະສິດ, ທັງຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ດ້ວຍຄວາມຕັດສິນໃຈຢ່າງສູງ ແລະ ຄົບຊຸດ.

        ພ້ອມກັນນັ້ນ, ທ້ອງຖິ່ນຕ່າງໆພວມສົມທົບກັບບັນດາຄະນະຄຸ້ມຄອງເຂດອຸດສາຫະກຳ ແລະ ນັກລົງທຶນຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາມາດຕະການຄົບຊຸດ ຮັບປະກັນບັນດາການເຄື່ອນໄຫວຜະລິດດຳເນີນທຸລະກິດ ຢູ່ໂຮງຈັກ, ໂຮງງານແຫ່ງຕ່າງໆໄດ້ຮັບການຄວບຄຸມເປັນຢ່າງດີ.

ຕອບກັບ