ພື້ນ​ຖານ​ນຳ​ຫວຽດ​ນາມ ກ້າວ​ຂຶ້ນ​ບົນ​ເສັ້ນ​ທາງ​ພັດ​ທະ​ນາ​ຢ່າງ​ໝັ້ນ​ຄົງ

Chia sẻ
(VOVWORLD) -ເລື່ອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ປະສົບຜົນສຳເລັດ ໄດ້ດຶງດູດຄວາມສົນໃຈພິເສດຈາກເພື່ອນມິດ ແລະ ຫາງສຽງສາກົນ.
ພື້ນ​ຖານ​ນຳ​ຫວຽດ​ນາມ ກ້າວ​ຂຶ້ນ​ບົນ​ເສັ້ນ​ທາງ​ພັດ​ທະ​ນາ​ຢ່າງ​ໝັ້ນ​ຄົງ - ảnh 1ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຊຸດທີ XIII, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ຕາງໜ້າຄະນະ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ທ່ານ Mohamed Berzig, ເລຂາທິການໃຫຍ່ ສະມາຄົມມິດຕະພາບ ອາເຊຣີ - ຫວຽດນາມ ໄດ້ຢັ້ງຢືນວ່າ ກອງປະຊຸມໃຫຍ່ຄັ້ງທີ XIII ແມ່ນບາດລ້ຽວປະຫວັດສາດທີ່ສຳຄັນທີ່ສຸດ ຕໍ່ອະນາຄົດວັດທະນາຖາວອນຂອງ ຫວຽດນາມ” ສືບຕໍ່ກຳນົດທິດໃຫ້ ຫວຽດນາມ ບົນເສັ້ນທາງສ້າງສາ ແລະ ປ່ຽນແປງໃໝ່ປະເທດຊາດຕາມທິດ ພັດທະນາທັນສະໄໝ, ພ້ອມທັງປັບປຸງຫຼັກການ ຂອງພື້ນຖານເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມ.

ສ່ວນທ່ານນາງ Lydia Samarbakhsh ຫົວໜ້າຄະນະພົວພັນການຕ່າງປະເທດ ພັກກອມມູນິດ ຝລັ່ງ ຖືວ່າ ກອງປະຊຸມໃຫຍ່ຄັ້ງທີ XIII ນີ້, ກົມການເມືອງມີການນຳຄົນໃໝ່ຫຼາຍທ່ານ, ຄະນະບໍລິຫານງານສູນກາງພັກກໍ່ມີສະມາຊິກໃໝ່ຫຼາຍທ່ານ, ນີ້ແມ່ນສັນຍານປະເອີບໃຈ ປະຕິບັດການປ່ຽນຜ່ານ ເມື່ອຍາດແຍ່ງບົດຮຽນປະສົບການຂອງລຸ້ນກ່ອນ ກັບການປະດິດຄິດສ້າງ ກຳລັງອຸທິສ່ວນຂອງລຸ້ນໜຸ່ມໃຫ້ຫຼາຍກ່ວາ.

ສຳນັກຂ່າວສານ Yonhap (ສ.ເກົາຫຼີ) ໄດ້ໃຫ້ຄຳວິເຄາະວ່າ ໝາກຜົນຂອງກອງປະຊຸມໃຫຍ່ ສະແດງໃຫ້ເຫັນວ່າ ຫວຽດນາມ ພວມເອົາໃຈໃສ່ຕໍ່ສະຖຽນລະພາບແຫ່ງລັດ. ນີ້ກໍ່ແມ່ນຂໍ້ສັງເກດຂອງ ສື່ເອເລັກໂຕນິກ Stratfor (ອາເມລິກາ) ເຊິ່ງຖືວ່າ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ດ້ວຍວິວັດການປ່ຽນຜ່ານການນຳຕົ້ນປີ 2021 ຈະຮັບປະກັນຄວາມສະຖຽນລະພາບດ້ານການເມືອງ ໃຫ້ແກ່ ຫວຽດນາມ ແລະ ຊ່ວຍໃຫ້ຫວຽດນາມ ຮັກສາລັກສະນະຕໍ່ເນື່ອງໃນວຽກງານວາງແຜນກຳນົດນະໂຍບາຍ, ສ້າງຄວາມສະດວກເພື່ອສືບຕໍ່ບັນລຸໄດ້ຜົນງານດ້ານເສດຖະກິດ ແລະ ການເມືອງ.

ຕອບກັບ