ພິ​ທີ​ໄຂ​ງານ​ບຸນ “ເພີດ​ເພີນ​ໄປ​ກັບ ດ່າ​ໜັງ ປີ 2024

Chia sẻ
(VOVWORLD) - ງານບຸນ “ເພີດເພີນໄປກັບ ດ່າໜັງ ປີ 2024” ຖືກໄຂຂຶ້ນໃນຕອນຄ່ຳວັນທີ 17 ກໍລະກົດ ຢູ່ສວນສາທາລະນະ ບ໋ຽນດົງ, ດ້ວຍການສະແດງສິລະປະທີ່ຄຶກຄື້ນມ່ວນຊື່ນຂອງບັນດານັກສິລະປິນ, ນັກຮ້ອງທີ່ມີຊື່ສຽງໂດ່ງດັງ, ອັນໄດ້ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວມາຮັບຊົມເປັນຈຳນວນຫຼວງຫຼາຍ.
ພິ​ທີ​ໄຂ​ງານ​ບຸນ “ເພີດ​ເພີນ​ໄປ​ກັບ ດ່າ​ໜັງ ປີ 2024 - ảnh 1ລາຍການສະແດງສິລະປະໃນພິທີໄຂ (ພາບ: TTXVN)

ປະຊາຊົນ ແລະ ແຂກທ່ອງທ່ຽວນັບພັນຄົນໄດ້ຫຼັ່ງໄຫຼມາສວນສາທາລະນະ ບ໋ຽນດົງ ນະຄອນ ດ່າໜັງ ເພື່ອເຂົ້າຮ່ວມຄອນເສີດໄຂງານບຸນ “ເພີດເພີນໄປກັບ ດ່າໜັງ ປີ 2024”. ງານບຸນ ໄດ້ດຳເນີນຮອດວັນທີ 21 ກໍລະກົດ, ດ້ວຍ 20 ກິດຈະກຳວັດທະນະທຳ, ສິລະປະ, ອາຫານການກິນ… ພິເສດ ແມ່ນເທດສະການອາຫານ ລົດຊາດ ຫວຽດນາມ -ສາກົນ ດ້ວຍການເຂົ້າຮ່ວມຂອງກວ່າ 50 ຮ້ານວາງຂາຍອາຫານທ້ອງຖິ່ນ, ເຂດພາກ ແລະ ສາກົນ. ທ່ານ ຕ໊ານວັນເວືອງ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນ ດ່າໜັງ ໃຫ້ຮູ້ວ່າ:

        “ງານບຸນເພີດເພີນໄປກັບ ດ່າໜັງ ແມ່ນເຫດການປະຈຳປີທີ່ມີຂອບເຂດລະດັບນະຄອນ ແນໃສ່ຫັນບັນດາຜະລິດຕະພັນທ່ອງທ່ຽວເປັນຫຼາກຫຼາຍ, ດຶງດູດ ແລະ ຕອບສະໜອງຄວາມຕ້ອງການເຂົ້າຢ້ຽມຊົມ, ຄົ້ນຫາ, ສຳຜັດຂອງແຂກທ່ອງທ່ຽວໃນລະດູຮ້ອນປີ 2024. ງານບຸນໝັ້ນໝາຍວ່າ ຈະນຳມາເຊິ່ງຄວາມຈັບອົກຈັບໃຈ ແລະ ເຕັມໄປດ້ວຍສີສັນໃຫ້ແກ່ແຂກທ່ອງທ່ຽວ ແລະ ປະຊາຊົນ.”

ຕອບກັບ