ພິທີເຊີດຊູແລະມອບນາມມະຍົດຊາວກະສີກອນດີເດັ່ນ2015

Chia sẻ
(vovworld) – ​ ຕອນ​ຄ່ຳ​ວັນ​ທີ 14/10, ຢູ່​ໂຮງ​ລະຄອນ​ໃຫຍ່​ຮ່າ​ໂນ້ຍ, ຊາວ​ກະສີກອນ​ດີ​ເດັ່ນ 63 ຄົນ​ຂອງ ຫວຽດນນາມ ​ໄດ້​ຮັບ​ນາມມະຍົດ​ຊາວ​ກະ​ສີກ​ອນດີ
 ພິທີເຊີດຊູແລະມອບນາມມະຍົດຊາວກະສີກອນດີເດັ່ນ2015 - ảnh 1
ພິທີ​ມອບ​ນາມມະຍົດ​ຊາວ​ກະ​ສີກ​ອນ ຫວຽດນາມ ດີ​ເດັ່ນ​ປີ 2015
(ພາບ: HuuTho)

(vovworld) – ​ ຕອນ​ຄ່ຳ​ວັນ​ທີ 14/10, ຢູ່​ໂຮງ​ລະຄອນ​ໃຫຍ່​ຮ່າ​ໂນ້ຍ, ຊາວ​ກະສີກອນ​ດີ​ເດັ່ນ 63 ຄົນ​ຂອງ ຫວຽດນນາມ ​ໄດ້​ຮັບ​ນາມມະຍົດ​ຊາວ​ກະ​ສີກ​ອນດີ​ເດັ່ນ​ປີ 2015, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 85 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະມາຄົມ​ຊາວ​ກະ​ສີກ​ອນ ຫວຽດນາມ (14/10/1930 – 14/10/2015). ນີ້​ແມ່ນ​ຊາວ​ກະ​ສີກ​ອນ​ບັນດາ​ຜູ້​ສ້າງ​ເສດຖະກິດ​ເກັ່ງ ດ້ວຍ​ລາຍ​ຮັບ​ຫລາຍ​ຕື້​ດົ່ງ​ຕໍ່​ປີ ​ແລະ ມີ​ການປະດິດ​ຄິດ​ສ້າງ​ຫລາຍ​ຢ່າງ ທີ່​ມີ​ຄຸນ​ປະ​ໂຫຍ​ດ ຮັບ​ໃຊ້​ການ​ຫັນ​ກະສິກ​ຳ​ເປັນ​ອຸດສາຫະກຳ. ທີ່​ພິທີ​ມອບ​ນາມມະຍົດ​ຊາວ​ກະ​ສີກ​ອນ ຫວຽດນາມ ດີ​ເດັ່ນ​ປີ 2015, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ: ຊາວ​ກະ​ສີກ​ອນ​ແມ່ນ​ກຳລັງ​ສຳຄັນ, ນຳ​ໜ້າ​ໃນ​ພາລະກິດ​ປ່ຽນ​ໃໝ່,​​ ​ເປັນ​ເຈົ້າ​ຂອງ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ໃນ​ສະພາວະ​ເຊື່ອມ​ໂຍງ​ເຂົ້າກັບສາກົນ​ຢ່າງ​ເລິກ​ເຊິ່ງ ກ້ວາງ​ຂວາງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຖື​ວ່າ: ກຳລັງ​ຊາວ​ກະ​ສີກ​ອນຕ້ອງ​ຕັ້ງໜ້າ​ເປັນ​ເຈົ້າ​ການ, ຜະລິດອອກ​ບັນດາ​ຜະລິດ​ຕະພັນ​ກະສິກຳ​ທີ່​ສາ​ມາດ​ແກ່ງ​ແຍ້​ງ, ​ໄດ້​ຮັບ​ການ​ຈຳ​ໜ່າຍ​ຢູ່​ສູ່​ຕະຫລາດ​ໂລກ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຊື່ອ​ໝັ້ນ​ວ່າ: ຊາວ​ກະ​ສີກ​ອນ ຫວຽດນາມ ນັບ​ມື້​ນັບ​ມີ​ຊີວິດ​ອິ່ມໜຳສຳລານ, ຜາ​ສຸກ, ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າເພື່ອ​ສ້າງສາ​ປະ​ເທດ​ຊາດ​ໃຫ້​ຮັ່ງມີ ​ແລະ ​ເຂັ້ມ​ແຂງ.